leftcenterrightdel
 
leftcenterrightdel
 
leftcenterrightdel
ເຈົ້າແຂວງຫຼວງນໍ້າທາ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ. ພາບ: kpl.gov.la

ໃນວັນທີ 13 ກັນຍາ ຜ່ານມານີ້, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍທີມງານ, ຄອບຄົວ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ ບ້ານປຸ່ງ, ບ້ານປ່າສັກ, ບ້ານໃໝ່, ບ້ານຫ້ວຍຂີງ ແລະ ບ້ານທົ່ງຂວາ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ: ເຄື່ອງນຸ່ງຫົ່ມ, ອາຫານແຫ້ງ ແລະ ນໍ້າດື່ມ ມອບໃຫ້ອົງການປົກຄອງບ້ານ, ນາຍບ້ານ ເພື່ອແຈກຢາຍໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ພາຍໃນບ້ານໃຫ້ທົ່ວເຖິງ, ທັງນີ້ກໍເພື່ອເປັນການໃຫ້ກໍາລັງໃຈ ແລະເປັນການບັນເທົາທຸກເບື້ອງຕົ້ນໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຫຼາຍບ້ານທີ່ປະສົບໄພທີ່ໄດ້ຮັບຜົນເສຍຫາຍໃນຄັ້ງນີ້ໃຫ້ທົ່ວເຖິງ.

ຂ່າວ: ສໍານັກຂ່າວສານລາວ