ທີ່ກອງປະຊຸມ, ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ ອາຊຽນ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີຍຸດທະສາດສຳຄັນທັງດ້ານພູມສາດ, ການທະຫານ ແລະເສດຖະກິດ-ສັງຄົມ. ປະຈຸບັນ, ສະຖານະການພາກພື້ນ ແລະໂລກ ສືບຕໍ່ມີໄພຂົ່ມຂູ່, ສິ່ງທ້າທາຍຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານ, ກະທົບໂດຍກົງ ແລະໂດຍທາງອ້ອມເຖິງສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ. ສະນັ້ນ, ອາຊຽນ ຕ້ອງສືບຕໍ່ຮ່ວມມືເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານັ້ນ.

ດ້ວຍຫົວຂໍ້ “ອາຊຽນ ຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງດ້ວຍຕົນເອງ”, ຜູ້ແທນບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດສືບຂ່າວການທະຫານ-ປ້ອງກັນຊາດອາຊຽນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງດ້ວຍຕົນເອງໃນພາກພື້ນ, ເໝາະສົມກັບທັດສະນະ ແລະເນື້ອໃນຈິດໃຈລວມຂອງກອງປະຊຸມຜູ້ບັນຊາການປ້ອງກັນປະເທດອາຊຽນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ໄດ້ຈັດຂຶ້ນໃນປີນີ້.

leftcenterrightdel
ກອງປະຊຸມຫົວໜ້າອົງການສືບຂ່າວກອງທັບອາຊຽນ ຄັ້ງທີ 21 (AMIM 21). ພາບ: ຫາຍຕຽນ.

ຄຽງຂ້າງນັ້ນ, ກອງປະຊຸມຍັງໄດ້ສຸມໃສ່ປຶກສາຫາລື ແລະແລກປ່ຽນທັດສະນະກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ, ການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ໃນຂອບເຂດການທະຫານ-ປ້ອງກັນຊາດ, ພິເສດແມ່ນໃນຂົງເຂດສືບຂ່າວ, ໃນນັ້ນເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຮ່ວມມືວິຊາສະເພາະ ຄື: ລາຍການພົບປະແລກປ່ຽນນັກສືບຂ່າວໜຸ່ມອາຊຽນ (AJIP), ອາຊຽນ ດວງຕາຂອງພວກເຮົາ (AOE), ປະຊາຄົມສືບຂ່າວດ້ານການທະຫານ-ປ້ອງກັນຊາດອາຊຽນ (AMIC). ຜ່ານນັ້ນ, ສືບຕໍ່ເພີ່ມທະວີຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ໃນການຮັບມືກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ແລະການພັດທະນາເສດຖະກິດ-ສັງຄົມຢູ່ພາກພື້ນ.

ຕອນເຊົ້າວັນທີ 3 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນກອງປະຊຸມຫົວໜ້າກົມສູ້ຮົບອາຊຽນ ຄັ້ງທີ 14 (AMOM 14). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາ ແລະແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນຢູ່ພາກພື້ນ ແລະການພົວພັນຮ່ວມມືດ້ານປ້ອງກັນຊາດ-ການທະຫານຂອງອາຊຽນ ເພື່ອແນໃສ່ເພີ່ມທະວີຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບຂອງບັນດາປະເທດສະມາຊິກອາຊຽນ ໃນການຮັບມືກັບສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງປະຈຸບັນ ແລະໃນອະນາຄົດ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະຄວາມໝັ້ນຄົງເຂັ້ມແຂງຂອງພາກພື້ນ.

ໂດຍ: ຈາງຫງວຽນ