ຄວາມສາມັກຄີ ແລະຄວາມໝັ້ນຄົງຈາກພາຍໃນ

ທ່ານ ປອ Kao Kim Hourn ເນັ້ນໜັກວ່າ: ບັນດາຜົນງານທີ່ພົ້ນເດັ່ນຂອງອາຊຽນ ພາຍຫຼັງເກືອບ 6 ທົດສະວັດແມ່ນຮັກສາໄດ້ສັນຕິພາບ ແລະຄວາມໝັ້ນຄົງ, ກໍ່ຄືເປີດກວ້າງເປັນ 10 ປະເທດ, ໃນຕໍ່ໜ້າແມ່ນ 11 ປະເທດດ້ວຍການຮັບຕີມໍເລັດເຕ ເຂົ້າເປັນສະມາຊິກ, ຜ່ານນັ້ນ ເຕົ້າໂຮມທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້ເຂົ້າເປັນປະຊາຄົມໜຶ່ງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເນື່ອງໃນໂອກາດຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຢູ່ຫວຽດນາມ ໃນເດືອນ ເມສາ 2024. ພາບ: ຫງວຽນຮົ່ງ

ຕາມທ່ານເລຂາທິການໃຫຍ່ອາຊຽນ ແລ້ວ, ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນໄລຍະສົງຄາມເຢັນ, ມາຮອດປະຈຸບັນ, ອາຊຽນໄດ້ມີບົດບາດຢ່າງແຮງຢູ່ພາກພື້ນ ແລະໃນທົ່ວໂລກ, ຮັກສາຖານະບົດບາດໃຈກາງໃນບັນດາໂຄງປະກອບພາກພື້ນ ແລະປະຈຸບັນກໍ່ມີຖານະນິຕິບຸກຄົນດ້ວຍການຮັບຮອງເອົາກົດບັດອາຊຽນໃນປີ 2008.

ທ່ານເລຂາທິການໃຫຍ່ອາຊຽນ ເນັ້ນໜັກວ່າ: “ເລື່ອງ 10 ປະເທດສະມາຊິກໃນປະຈຸບັນລ້ວນແຕ່ມີເອກອັກຄະລັດຖະທູດ - ຜູ້ຕາງໜ້າປະຈຳອາຊຽນ, ຄຽງຂ້າງເອກອັກຄະລັດຖະທູດຂອງບັນດາປະເທດຄູ່ເຈລະຈາ ແລະເອກອັກຄະລັດຖະທູດຄວບຕຳແໜ່ງຂອງປະເທດຕ່າງໆສະແດງໃຫ້ເຫັນວ່າ ອາຊຽນ ພວມພັດທະນາຢ່າງແຮງໃນການພົວພັນທາງການທູດ”;

ເປັນທີ່ຈະແຈ້ງແລ້ວວ່າ ອາຊຽນ ພວມໝັ້ນໃຈກ້າວຂຶ້ນດ້ວຍກຳລັງແຮງພາຍໃນທີ່ເຂັ້ມແຂງ. ຍິ່ງກວ່າເວລາໃດໝົດ, ອາຊຽນ ຕ້ອງຮັກສາບົດບາດໃຈກາງ ແລະປັບປຸງການພົວພັນຄູ່ຮ່ວມມື ແລະບັນດາກົນໄກຮ່ວມມື ໂດຍ ອາຊຽນ ນຳພາ.

ບັນດາກົນໄກໂດຍອາຊຽນ ນຳພາຄື: ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນອາຊຽນ (ARF), ກົນໄກອາຊຽນ+3, ອາຊຽນ+1, ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດ ກວ້າງ (ADMM+)...  ທ່ານເລຂາທິການໃຫຍ່ອາຊຽນ ຖືວ່າ, ສິ່ງສຳຄັນແມ່ນບັນດາຄູ່ຮ່ວມມືເຂົ້າຮ່ວມ ແລະສະໜັບສະໜູນບັນດາຄຸນຄ່າແກ່ນສານຂອງອາຊຽນ.

ໃນສະພາບການພາກພື້ນ ແລະສາກົນປະຈຸບັນທີ່ມີການຜັນແປສັບສົນຫຼາຍຢ່າງ ແລະບໍ່ສາມາດຄາດຄະເນລ່ວງໜ້າໄດ້ຄືໃນປະຈຸບັນ, ເພື່ອຮັກສາບົດບາດໃຈກາງ, ຕາມທ່ານ ປອ Kao Kim Hourn ແລ້ວ, ອາຊຽນ ຕ້ອງສາມັກຄີພາຍໃນກຸ່ມ ແລະຮັກສາບັນດາຫຼັກການແກ່ນສານ ເພື່ອໃຫ້ອາຊຽນ ໝັ້ນຄົງເຂັ້ມແຂງຈາກພາຍໃນຢ່າງແທ້ຈິງ.

ທ່ານ ປອ Kao Kim Hourn ເນັ້ນໜັກວ່າ  "ພວກເຮົາບໍ່ສາມາດອະນຸຍາດໃຫ້ເກີດສະພາບຂາດຄວາມໄວ້ເນື້ອເຊື່ອໃຈ. ສະນັ້ນ, ອາຊຽນ ຕ້ອງຮ່ວມມືກັບບັນດາຄູ່ຮ່ວມມືຢ່າງບໍ່ຢຸດຢັ້ງ ເພື່ອສາມາດຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ.”

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ແລະບັນດາກອງປະຊຸມກ່ຽວຂ້ອງທີ່ຫາກໍ່ດຳເນີນ ຢູ່ລາວ ໃນສະພາບການໂລກ ແລະພາກພື້ນມີການຜັນແປສັບສົນຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານເລຂາທິການໃຫຍ່ອາຊຽນ ແລ້ວ, ບັນດາປະເທດສະມາຊິກອາຊຽນ ໄດ້ເຫັນດີເປັນເອກະສັນກັນໃນຫຼາຍບັນຫາ, ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈຄືດັ່ງເງື່ອນໄຂຕັດສິນຊີ້ຂາດ ເພື່ອຮັບປະກັນຜົນສຳເລັດຂອງອາຊຽນ; ຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ເປີດກວ້າງການຮ່ວມມືໃນບັນດາຂົງເຂດ ຄື: ເສດຖະກິດດີຈີຕອນ, ການຫັນເປັນສີຂຽວ, ເພີ່ມທະວີການເຊື່ອມຕໍ່ພາກພື້ນກ່ຽວກັບພື້ນຖານໂຄງລ່າງ, ລະບອບລະບຽບການ ແລະມະນຸດ ...

ບັນດາປະເທດໄດ້ໃຊ້ເວລາສ່ວນຫຼາຍ ເພື່ອແລກປ່ຽນ ແລະແບ່ງປັນທັດສະນະ ແລະຫຼັກໝັ້ນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ, ມຽນມາ, ຕາເວັນອອກກາງ, ... ທີ່ກອງປະຊຸມ, ບັນດາເອກະສານ ແລະຂໍ້ລິເລີ່ມຫຼາຍສະບັບໄດ້ຮັບການຊຸດຍູ້ ຄື: ຖະແຫຼງການລັດຖະມົນຕີການຕ່າງປະເທດ ອາຊຽນ - ອັງກິດ, ກອງທຶນອະນາຄົດດີຈີຕອນ ອາຊຽນ - ອິນເດຍ, ຂໍ້ລິເລີ່ມສີຂຽວ...

ປັບຕົວເຂົ້າ  "ພາລະກໍາ" ລວມ

ປີ 2025 ຈະແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ເມື່ອເບິ່ງຄືນໄລຍະເກືອບ 3 ທົດສະວັດ, ທ່ານເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາລວມຂອງອາຊຽນ, ພົ້ນເດັ່ນແມ່ນ ຮັບດໍາລົງບົດບາດເປັນປະທານ ອາຊຽນ 3 ຄັ້ງ (ປີ 1998, 2010, 2020). ໃນນັ້ນມີເອກະສານຫຼາຍສະບັບທີ່ມີລັກສະນະບາດລ້ຽວຂອງອາຊຽນແມ່ນຂອງຫວຽດນາມ ເຊັ່ນ: ແຜນການກະທໍາຮ່າໂນ້ຍ, ຖະແຫຼງການຮ່າໂນ້ຍ ກ່ຽວກັບວິໄສທັດ ຫຼັງປີ 2025 ຂອງປະຊາຄົມອາຊຽນ, ...

ຄຽງຂ້າງນັ້ນ, ທ່ານເລຂາທິການໃຫຍ່ອາຊຽນ ກໍ່ໄດ້ເນັ້ນໜັກເຖິງການປະກອບສ່ວນຂອງຫວຽດນາມ ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຂອງພາກພື້ນ. ທ່ານ ປອ Kao Kim Hourn ຖືວ່າ: ການຮັກສາສັນຕິພາບ ແລະສະຖຽນລະພາບຂອງພາກພື້ນແມ່ນມີຄວາມໝາຍສຳຄັນທີ່ສຸດຂອງອາຊຽນ ແລະ ແມ່ນໜຶ່ງໃນ “ພາລະກໍາ” ສຳຄັນທີ່ສຸດຂອງອາຊຽນ.

ທ່ານເລຂາທິການໃຫຍ່ອາຊຽນ ຢືນຢັນວ່າ “ໃນເສົາຄ້ຳເສດຖະກິດ-ປະຊາຄົມເສດຖະກິດອາຊຽນ, ຫວຽດນາມ ກໍ່ແມ່ນປັດໄຈຫຼັກ”. ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດຫຼາຍ, ກວມອັດຕາ ໃຫຍ່ໃນຍອດຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າພາກພື້ນ. ເສດຖະກິດຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງ ແລະບືນຕົວຂຶ້ນຢ່າງແຮງບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພັດທະນາລວມຂອງຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການພັດທະນາຂອງທັງພາກພື້ນອາຊຽນ, ນໍາພື້ນຖານເສດຖະກິດຂອງອາຊຽນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ.

ໃນເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຕາມທ່ານປອ Kao Kim Hourn, ຫວຽດນາມ ກໍ່ເຂົ້າຮ່ວມຢ່າງຕັ້ງໜ້າໂດຍຜ່ານຄວາມມານະພະຍາຍາມຊຸກຍູ້ການພົວພັນແລກປ່ຽນລະຫວ່າງປະຊາຊົນ -ປະຊາຊົນ, ເພີ່ມທະວີການຮ່ວມມືດ້ານສາທາລະນະສຸກປະຊາຄົມ, ຄຸ້ມຄອງຄວາມສ່ຽງໄພທຳມະຊາດ... ທ່ານ ປອ Kao Kim Hourn ຢືນຢັນວ່າ ການຮ່ວມມືບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ປະຊາຊົນໃນປະຊາຄົມ ອີກດ້ວຍ. ໃນໄລຍະຜ່ານມາ, ຫວຽດນາມ ກໍ່ຕັ້ງໜ້າຊຸກຍູ້ການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ, ຮັດແຄບຊ່ອງຫວ່າງການພັດທະນາເພື່ອການພັດທະນາກວມລວມ, ຍືນຍົງ, ພິເສດແມ່ນບັນດາໂຄງການເຊື່ອມຕໍ່ໂຄງລ່າງຍຸດທະສາດ, ຊ່ວຍສ້າງການຫັນປ່ຽນຢ່າງຕັ້ງໜ້າດ້ານເສດຖະກິດ - ສັງຄົມໃນອະນຸພາກພື້ນທີ່ທຸກຍາກ ແລະດ້ອຍພັດທະນາຂອງອາຊຽນ.

ທ່ານ ປອ Kao Kim Hourn ຖືວ່າ, ເຊັ່ນດຽວກັນກັບບັນດາສະມາຊິກຕ່າງໆໃນກຸ່ມ, ບົດບາດຂອງຫວຽດນາມ ແມ່ນໂຄສະນາບັນດາເລື່ອງລາວຂອງອາຊຽນ ແລະທັດສະນະຂອງອາຊຽນ. “ຂ້າພະເຈົ້າຄິດວ່າ ຫວຽດນາມ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງອາຊຽນ  ໃຫ້ເປັນຮູບເປັນຮ່າງໃນປະຈຸບັນ, ບໍ່ພຽງແຕ່ໃນປະຊາຄົມ ແລະພາກພື້ນເທົ່ານັ້ນ ຫາກທັງບົດບາດຂອງອາຊຽນ ໃນເວທີສາກົນ ຫຼືໃນການພົວພັນກັບບັນດາຄູ່ຮ່ວມມືຄື ສປຊ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ, ພວກຂ້າພະເຈົ້າ ຫວັງວ່າ ຫວຽດນາມ ສືບຕໍ່ເພີ່ມທະວີບົດບາດ ແລະຖານະທີ່ຕັ້ງສາກົນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງອາຊຽນ.

ໂດຍ: ທະນາພອນ