ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະການເຊື່ອມຕໍ່ອາຊຽນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ

ໃນສະພາບການໂລກ ແລະພາກພື້ນທີ່ຂາດສະຖຽນລະພາບຄືໃນປັດຈຸບັນ, ທ່ານຮອງລັດຖະມົນຕີ ສະເໜີວ່າ: ອາຊຽນ ຕ້ອງມີວິທີການເຂົ້າເຖິງທີ່ເໝາະສົມ, ໃນນັ້ນມີວິໄສທັດຍຸດທະສາດ, ຄວາມສາມັກຄີຢ່າງໝັ້ນຄົງ, ບົດບາດໃຈກາງ ແລະການກະທໍາລະອຽດ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງທັນການ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ

ໃນການພົວພັນກັບບັນດາຄູ່ຮ່ວມມື, ອາຊຽນ ຕ້ອງສະເໜີໃຫ້ບັນດາປະເທດເຄົາລົບບົດບາດໃຈກາງຂອງອາຊຽນ ທັງໃນຄຳເວົ້າ ແລະການກະທຳ, ຮັບປະກັນການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງ. ຢືນຢັນທັດສະນະຫຼັກໝັ້ນຂອງອາຊຽນ ໃນບັນດາບັນຫາສາກົນ ແລະພາກພື້ນຄືນໃໝ່, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດ ແລະຜັນຂະຫຍາຍບັນດາຂໍ້ມາດຕາຂອງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ພ້ອມທັງສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຄຸນນະພາບ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍ ວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ທະນາພອນ