ໃນກອງປະຊຸມປຶກສາຫາລື, ຈີນ ໄດ້ຢັ້ງຢືນຄືນການສະໜັບສະໜູນສຳລັບບັນດາຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ ແລະ ບົດບາດເປັນໃຈກາງຂອງອາຊຽນ, ພ້ອມທັງສະໜັບສະໜູນ ອາຊຽນ ສວມບົດບາດໃຫຍ່ກວ່າໃນບັນດາບັນຫາພາກພື້ນ. ຈີນ ເນັ້ນໜັກວ່າ ປັກກິ່ງ ສືບຕໍ່ໃຫ້ບຸລິມະສິດສູງແກ່ການພົວພັນກັບອາຊຽນ ຄືດັ່ງເປັນສ່ວນໜຶ່ງຂອງນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ.

ສອງຝ່າຍປຶກສາຫາລືກ່ຽວກັບຫົວຂໍ້ຮ່ວມມືປີ 2024 ນັ້ນແມ່ນ “ປີພົບປະແລກປ່ຽນປະຊາຊົນ ອາຊຽນ - ຈີນ”. ມີຫຼາຍໂຄງການ ແລະ ກິດຈະກຳ ໄດ້ ແລະຈະໄດ້ຜັນຂະຫຍາຍໃນປີນີ້ຢູ່ຈີນ ແລະບັນດາປະເທດສະມາຊິກອາຊຽນ. ກອງປະຊຸມກໍ່ໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ອາຊຽນ - ຈີນ ແລະກອງປະຊຸມຂັ້ນສູງອາຊຽນ - ຈີນ ທີ່ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn