ອາຊຽນ ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບຖະແຫຼງຂ່າວສື່ສານ
ກປ.ອອນໄລ - ວັນທີ 23 ກັນຍາ, ຢູ່ນະຄອນດ່ານັ້ງ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບໝາກຜົນຂອງກອງປະຊຸມລັດຖະມົນຕີຖະແຫຼງຂ່າວອາຊຽນ ຄັ້ງທີ 16 (AMRI 16) ແລະກອງປະຊຸມລັດຖະມົນຕີຖະແຫຼງຂ່າວອາຊຽນ + 3 ຄັ້ງທີ 7 (AMRI+3).
ກອງປະຊຸມ AMRI 16 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຢູ່ນະຄອນດ່ານັ້ງ ແຕ່ວັນທີ 20 ຫາວັນທີ 23 ກັນຍາ, ດ້ວຍຫົວຂໍ້ “ການສື່ສານ: ນັບແຕ່ຂໍ້ມູນຂ່າວສານຈົນເຖິງພູມປັນຍາ ເພື່ອອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຮັບມື”.
    |
 |
ກອງປະຊຸມລັດຖະມົນຕີຖະແຫຼງຂ່າວອາຊຽນ ຄັ້ງທີ 16 ດໍາເນີນຢູ່ນະຄອນດ່ານັ້ງໃນວັນທີ 22 ກັນຍາ. ພາບ: baophapluat.vn |
ທີ່ກອງປະຊຸມຂ່າວ, ທ່ານ ຫງວຽນແທັງເລິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມ AMRI 16 ບັນລຸໄດ້ໝາກຜົນຫຼາຍຢ່າງ, ໃນນັ້ນ, ບັນດາລັດຖະມົນຕີໄດ້ຢັ້ງຢືນ ແລະກຳນົດບົດບາດຂອງຂະແໜງຂໍ້ມູນຂ່າວສານໃນໄລຍະໃໝ່ນັ້ນແມ່ນນັບແຕ່ “ຂໍ້ມູນຂ່າວສານ” ຈົນເຖິງ “ພູມປັນຍາ”, ຂໍ້ມູນຂ່າວສານຈະກາຍເປັນພາຫະນະໃຫ້ແກ່ການຮໍ່າຮຽນຕະຫຼອດຊີວິດ ແລະຍົກສູງຄວາມຮັບຮູ້, ລະດັບຄວາມຮູ້ດີຈີຕອນໃຫ້ແກ່ພົນລະເມືອງອາຊຽນ. ນີ້ແມ່ນທ່າອ່ຽງຂອງການຫັນປ່ຽນດີຈີຕອນ, ແມ່ນຜົນສະທ້ອນຂອງສື່ສັງຄົມອອນລາຍ ແລະພາຫະນະສື່ສານແບບໃໝ່, ການພັດທະນາຂອງປັນຍາປະດິດ.
ບັນດາລັດຖະມົນຕີ ຮັບຜິດຊອບຂໍ້ມູນຂ່າວສານອາຊຽນໄດ້ຮັບຮອງເອົາເອກະສານສະບັບໃໝ່ ແລະຮັບຮູ້ໝາກຜົນ, ວິວັດທະນາການບັນລຸໄດ້ຂອງຂອບເຂດການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ, ລວມມີ: ຮັບຮອງເອົາຖະແຫຼງການວິໄສທັດ AMRI “ອາຊຽນ 2035: ມຸ່ງໄປເຖິງຂະແໜງຂໍ້ມູນຂ່າວສານ ແລະການສື່ສານທີ່ມີລັກສະນະຫັນປ່ຽນ, ຮັບມື ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເພື່ອແນໃສ່ຊຸກຍູ້ການບັນລຸໄດ້ວິໄສທັດປະຊາຄົມອາຊຽນ 2025 ແລະໜູນຊ່ວຍການຜັນຂະຫຍາຍແຜນການໃນ 3 ເສົາຄໍ້າອາຊຽນ...
ກອງປະຊຸມໄດ້ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມ AMRI ຄັ້ງທີ 17 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ບຣູໄນ ດາຣູຊາລາມ ໃນປີ 2025, ຂອບໃຈປະເທດເຈົ້າພາບຫວຽດນາມ ທີ່ໄດ້ຈັດຕັ້ງ AMRI 16 ຢ່າງຮອບຄອບຖີ່ຖ້ວນ. ບັນດາກອງປະຊຸມໄດ້ດຳເນີນໄປບົນເນື້ອໃນຈິດໃຈສາມັກຄີ ແລະມິດຕະພາບທີ່ເປັນມູນເຊື້ອຂອງອາຊຽນ.
ໂດຍ: ເຈິ່ນຮວ່ຽນ