ກອງປະຊຸມໂດຍຫວຽດນາມ ເປັນເຈົ້າພາບຈັດຂຶ້ນ, ມີການເຂົ້າຮ່ວມຂອງ 9 ປະເທດສະມາຊິກອາຊຽນ, Timor-Leste ໄດ້ຮັບເຊີນເປັນປະເທດສັງເກດການ ແລະ 3 ປະເທດຄູ່ຮ່ວມມືລວມມີ: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ. ຫົວຂໍ້ຂອງກອງປະຊຸມແມ່ນ “ການສື່ສານ: ຈາກຂໍ້ມູນຂ່າວສານເຖິງພູມປັນຍາ ເພື່ອອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະປັບຕົວ”.

leftcenterrightdel
ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ໃຫ້ຮູ້ວ່າ: ເຂົ້າຮ່ວມວິວັດການພັດທະນາລວມຂອງອາຊຽນ, ຫວຽດນາມ ຖືເປັນສຳຄັນພິເສດຂົງເຂດຖະແຫຼງຂ່າວ ແລະການສື່ສານ. ລັດຖະບານຫວຽດນາມ ໄດ້ໃຫ້ສັດຕະຍາບັນຍຸດທະສາດຫັນສື່ມວນຊົນເປັນດີຈີຕອນ ຮອດປີ 2025, ກຳນົດທິດຮອດປີ 2030 ແນໃສ່ເປົ້າໝາຍສ້າງອົງການສື່ມວນຊົນຕາມທິດເປັນມືອາຊີບ, ມະນຸດຊາດ, ທັນສະໄໝ ຜ່ານການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ເຂົ້າການເຄື່ອນໄຫວຂອງສື່ມວນຊົນ, ຊ່ວຍຍົກສູງຄຸນນະພາບ, ປະສິດທິຜົນຂອງສື່ມວນຊົນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບປະຊາຄົມສາກົນ.

ໂດຍ: ທະນາພອນ