ກອງປະຊຸມສຳມະນາດັ່ງກ່າວ ຖືກຈັດຂຶ້ນເພື່ອແນໃສ່ຊຸກຍູ້ການຮ່ວມມືສາກົນ, ແມ່ນໂອກາດເພື່ອໃຫ້ຜູ້ແທນໄດ້ແລກປ່ຽນກ່ຽວກັບແນວຄວາມຄິດການສຶກສາ, ຮຽນຮູ້ບົດຮຽນປະສົບການຈາກນັກຊ່ຽວຊານ, ທີ່ປຶກສາດ້ານການສຶກສາທີ່ມີອິດທິພົນຊື່ສຽງ, ຈາກນັ້ນສ້າງພື້ນຖານແກ່ບັນດາມາດຕະການປະດິດຄິດສ້າງຕໍ່ການທົດສອບ ເຊິ່ງໂລກພວມປະເຊີນໜ້າ. ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ມີຄູອາຈານ, ນັກວາງກຳນົດນະໂຍບາຍ, ທີ່ປຶກສາ ແລະນັກຊ່ຽວຊານໜຸ່ມ ເຊິ່ງເຮັດວຽກຢູ່ຮາກຖານການສຶກສາຕ່າງໆ, ອົງການລັດຖະບານ, ອົງການບໍ່ຂຶ້ນກັບລັດຖະບານ ແລະບັນດາອົງການຈັດຕັ້ງສັງຄົມ 75 ຄົນ. ນີ້ກໍແມ່ນບັນດາການນຳໜຸ່ມດີເດັ່ນທີ່ໄດ້ຄັດເລືອກຢ່າງເຄັ່ງຄັດຈາກຜູ້ສະໝັກກວ່າ 900 ຄົນຢູ່ບັນດາປະເທດອາຊຽນ ແລະຕີມໍຕາເວັນອອກ. 

ກອງປະຊຸມສຳມະນາ YSEALI ໂດຍລັດຖະບານອາເມລິກາ ລິເລີ່ມ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາສະມາຊິກໄດ້ທຳຄວາມລຶ້ງເຄີຍ, ພົບປະແລກປ່ຽນກັບເພື່ອນຮ່ວມອາຊີບອາເມລິກາ ແລະອາຊຽນ, ພ້ອມທັງສົ່ງເສີມຜັນຂະຫຍາຍຂໍ້ລິເລີ່ມຕ່າງໆເພື່ອປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງ ແລະການຮ່ວມມືໃນພາກພື້ນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ