ເພີ່ມທະວີການຮ່ວມມືປົກປ້ອງແຮງງານມາຈາກຕ່າງປະເທດ, ໂຄງປະກອບການແພດພາກພື້ນ ແລະພັດທະນາເຂດຊົນນະບົດ ຈະແມ່ນບັນດາບຸລິມະສິດຂອງອິນໂດເນເຊຍ ໃນກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 9 - 11 ພຶດສະພາ ຢູ່ເຂດຕາກອາກາດ Labuan Bajo, ປະເທດອິນໂດເນເຊຍ.

leftcenterrightdel
ພາບປະກອບຈາກ baoquocte.vn

ໃນແຈ້ງການເມື່ອວັນທີ 2 ພຶດສະພາ, ທ່ານ Teuku Faizasyah, ໂຄສົກກະຊວງການຕ່າງປະເທດອິນໂດເນເຊຍ ຢັ້ງຢືນວ່າ ບັນດາບັນຫາທີ່ໄດ້ຮັບບຸລິມະສິດນີ້ບໍ່ພຽງແຕ່ເໝາະສົມກັບເສົາຄ້ຳ “ຈຸດສຸມການເຕີບໂຕ” ໃນອາຍຸການເປັນປະທານອາຊຽນ ຂອງອິນໂດເນເຊຍ ໃນປີ 2023 ເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມອາຊຽນ ອີກດ້ວຍ.

ຕາມແຜນການແລ້ວ, ວັນທີ 8 ພຶດສະພາ, ຢູ່ບາລີ,  ປະເທດອິນໂດເນເຊຍ, ລັດຖະມົນຕີປະສານງານດ້ານວັດທະນະທຳ ແລະພັດທະນາມະນຸດຂອງ ອິນໂດເນເຊຍ ຈະເປັນປະທານກອງປະຊຸມລັດຖະມົນຕີຮັບຜິດຊອບເສົາຄ້ຳວັດທະນະທຳ - ສັງຄົມອາຊຽນ (ກອງປະຊຸມ ASCC).

ແຫຼ່ງຄັດຈາກ: vovworld.vn