leftcenterrightdel
ພາບປະກອບ: ADB

ນອກຈາກນັ້ນ, ADB ກໍ່ໄດ້ຍົກອອກຄຳໝັ້ນສັນຍາສະໜອງຈຳນວນເງິນ 6,7 ຕື້ໂດລາສະຫະລັດ ເພື່ອແນໃສ່ໜູນຊ່ວຍການຫຼຸດຜ່ອນຜົນກະທົບ ແລະ ປັບຕົວໃຫ້ແທດເໝາະກັບດິນຟ້າອາກາດໃນປີ 2022, ບັນລຸໄດ້ຄວາມຄືບໜ້າໃນການປະຕິບັດເປົ້າໝາຍສະໜອງຈຳນວນເງິນ 100 ຕື້ໂດລາສະຫະລັດ ໜູນຊ່ວຍໃຫ້ຂົງເຂດນີ້ໃນໄລຍະ 2019 - 2030.

ຄຽງຄູ່ກັນນັ້ນ, ເພື່ອແກ້ໄຂວິກິດການສະບຽງອາຫານທີ່ນັບມື້ນັບໜັກໜ່ວງໃນພາກພື້ນ, ADB ກໍ່ໄດ້ສະຫງວນຈຳນວນເງິນ 3,7 ຕື້ໂດລາສະຫະລັດ, ຕາມໂຄງການຄ້ຳປະກັນສະບຽງອາຫານທີ່ມີມູນຄ່າ 14 ຕື້ໂດລາສະຫະລັດ ຂອງທະນາຄານ, ຟື້ນຟູການສະໜອງສະບຽງອາຫານທີ່ຈຳເປັນ ໃຫ້ແກ່ບັນດາຜູ້ທີ່ຕ້ອງໄດ້ຮັບການຊ່ວຍເຫຼືອ ແລະປັບປຸງລະບົບຜະລິດສະບຽງອາຫານ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ