ໃນລະຫວ່າງວັນທີ 29 ມີນາ ຫາວັນທີ 30 ມີນາ, ກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ອາຊຽນ+3 ໄດ້ຈັດຂຶ້ນຢູ່ ເກາະ Bali,ປະເທດອິນໂດເນເຊຍ ໃນຂອບເຂດການຮ່ວມມືດ້ານການເງິນ ອາຊຽນ+3 (ລວມມີບັນດາປະເທດ ອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ).
ກອງປະຊຸມໄດ້ປຶກສາຫາລືສະພາບການເສດຖະກິດມະຫາພາກໃນພາກພື້ນ ແລະ ຄວາມຄືບໜ້າໃນການຜັນຂະຫຍາຍຂໍ້ລິເລີ່ມການຮ່ວມມືດ້ານການເງິນ. ກອງປະຊຸມໄດ້ອັບເດັດຄວາມຄືບໜ້າໃນການຜັນຂະຫຍາຍ 4 ການກຳນົດທິດຂໍ້ລິເລີ່ມໃຫຍ່ຂອງ ອາຊຽນ+3, ມຸ່ງໄປເຖິງບັນດາເປົ້າໝາຍເພີ່ມທະວີແຫຼ່ງກຳລັງການເງິນໃຫ້ແກ່ພື້ນຖານໂຄງລ່າງ, ຍົກສູງການນຳໃຊ້ບັນດາເຄື່ອງມືປະຕິຮູບໂຄງປະກອບມະຫາພາກ, ປັບປຸງຄວາມໝັ້ນຄົງດ້ານການເງິນຕໍ່ໜ້າຄວາມສ່ຽງໄພທຳມະຊາດ ແລະເພີ່ມທະວີການຮ່ວມມືນະໂຍບາຍໃນບັນດາຂົງເຂດເຕັກໂນໂລຢີປ່ຽນແປງປະດິດຄິດສ້າງ.
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image