ຊຸກຍູ້ການຮ່ວມມືລະຫວ່າງແຂວງຊຽງໃໝ່ ຂອງໄທ ແລະທ້ອງຖິ່ນຕ່າງໆຂອງຫວຽດນາມ
    
    
    
        
            
ກປ.ອອນໄລ - ໃນການປະຕິບັດງານຢູ່ແຂວງຊຽງໃໝ່ (ປະເທດໄທ), ຕອນບ່າຍວັນທີ 22 ມີນາ, ທ່ານ ຟານຈ໊ີແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາໄທ ໄດ້ມີການພົບປະກັບເຈົ້າແຂວງຊຽງໃໝ່  Nirat Phongsittithaworn.
        
        
        
            
	ຢູ່ທີ່ນີ້, ທ່ານ ຟານຈ໊ີແທ່ງ ສະເໜີເຈົ້າແຂວງຊຽງໃໝ່ Nirat Phongsittithaworn ຄົ້ນຄວ້າ, ພິຈາລະນາເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນທີ່ມີຫຼາຍຈຸດທີ່ຄ້າຍຄືກັນຂອງຫວຽດນາມ, ຜ່ານນັ້ນສາມາດເຊັນການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ; ພ້ອມທັງເນັ້ນໜັກວ່າ ສະຖານທູດພ້ອມແລ້ວທີ່ຈະສວມບົດບາດໜູນຊ່ວຍ, ເຊື່ອມຕໍ່ແຂວງຊຽງໃໝ່ ກັບບັນດາທ້ອງຖິ່ນຂອງຫວຽດນາມ.
	
		
			
				     | 
		
		
			
				  | 
		
		
			| 
				ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ | 
		
	
	ໃນການພົບປະກັບຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ແຂວງຊຽງໃໝ່, ທ່ານ ຟານຈ໊ີແທ່ງ ແລະທ່ານ Nirat Phongsittithaworn ໄດ້ແລກປ່ຽນກ່ຽວກັບຄວາມສາມາດສ້າງຕັ້ງສະຖານກົງສູນໃຫຍ່ກຽດຕິຍົດຢູ່ຊຽງໃໝ່ ແລະຢູ່ທິດເໜືອໄທ ເພື່ອໜູນຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາລະຫວ່າງທ້ອງຖິ່ນຂອງສອງປະເທດ, ໜູນຊ່ວຍລະບຽບການກົງສຸນກໍ່ຄືໜູນຊ່ວຍພາລະບົດບາດປົກປ້ອງພົນລະເມືອງຫວຽດນາມ ຢູ່ປະເທດໄທ.
	ທ່ານເອກອັກຄະລັດຖະທູດ ກໍ່ສະເໜີອໍານາດການປົກຄອງແຂວງສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວໄທ ເຊື້ອຊາດຫວຽດນາມ ກໍາລັງດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ແຂວງ.
	ເນື່ອງໃນໂອກາດນີ້, ທ່ານ ຟານຈ໊ີແທ່ງ ແລະຄະນະປະຕິບັດງານ ໄດ້ໄປຢ້ຽມຢາມມະຫາວິທະຍາໄລຊຽງໃໝ່.
	ໂດຍ: ໄຊນີດາ