ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາລ້ວນແຕ່ຖືວ່າ ການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບ ເອີລົບ (ອີຢູ) ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນຂຸດຄົ້ນເທື່ອ. ສະນັ້ນ, ອາຊຽນ ແລະ ອີຢູ ຕ້ອງຍູ້ແຮງການຮ່ວມມືໃນທຸກດ້ານໃຫ້ຫຼາຍກວ່າເກົ່າ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນສອງຝ່າຍ.

leftcenterrightdel
ທ່ານ ຫງວຽນວັນຖາວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມການປຶກສາຫາລືທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນວັນຖາວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ, ຖືວ່າ ອາຊຽນ ແລະ ອີຢູ ຕ້ອງສ້າງສັນຍາການຄ້າເສລີ (FTA), ໂດຍອີງໃສ່ພື້ນຖານບັນດາ FTA ໄດ້ ແລະພວມສ້າງຂຶ້ນລະຫວ່າງ ອີຢູ ກັບບັນດາປະເທດສະມາຊິກ ອາຊຽນ, ໃນນັ້ນມີ ຫວຽດນາມ. ທ່ານໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມຕ້ອງໄດ້ຮັບການຊຸກຍູ້ຈາກທັງສອງຝ່າຍ ແລະຕ້ອງເພີ່ມທະວີການເຈລະຈາ ເພື່ອຮັດແຄບໄລຍະຫ່າງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະເຄົາລົບວັດທະນະທຳຂອງກັນ. ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ກໍ່ຄືການຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ