ວັດທະນະທໍາຫວຽດນາມ ສ້າງຄວາມດຶງດູດທີ່ງານຕະຫຼາດນັດອາຊຽນ ຢູ່ອາກຊັງຕີນ
ກປ.ອອນໄລ - ວັນທີ 18 ມີນາ, ບັນດາປະເທດອາຊຽນ ທີ່ມີອົງການຕາງໜ້າການທູດປະຈໍາອາກຊັງຕີນ ລວມມີ ຫວຽດນາມ, ມາເລເຊຍ, ໄທ, ຟິລິບປິນ ແລະອິນໂດເນເຊຍ ໄດ້ຈັດຕັ້ງງານຕະຫຼາດນັດ Bazar ປະຈໍາປີຢູ່ສະໜາມຫຼວງ Plaza Barranca, ນະຄອນຫຼວງ Buenos Aires.
ງານຕະຫຼາດນັດແມ່ນໂອກາດ ເພື່ອໃຫ້ບັນດາປະເທດຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ ແລະໂຄສະນາຮູບພາບປະເທດ-ປະຊາຊົນ ຂອງບັນດາປະເທດສະມາຊິກ, ພ້ອມທັງຍົກສູງຄວາມເຂົ້າໃຈ ແລະຮັດແໜ້ນສາຍພົວພັນມິດຕະພາບ ແລະການຮ່ວມມືອາຊຽນ-ອາກຊັງຕີນ ກວ່າອີກ.
    |
 |
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕີນ ແລະທ່ານ Pablo Tettamanti ຮອງລັດຖະມົນຕີກະຊວງການຕ່າງປະເທດອາກຊັງຕີນ ຢ້ຽມຢາມຮ້ານສິນຄ້າຫວຽດນາມ ທີ່ງານຕະຫຼາດນັດ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ງານຕະຫຼາດນັດ, ບັນດາຮ້ານວາງສະແດງສິນຄ້າຫັດຖະກຳສິລະປະ ແລະບັນດາຜະລິດຕະພັນທີ່ເຕັມໄປດ້ວຍສີສັນຂອງຊາດພ້ອມກັບບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງບັນດາປະເທດສະມາຊິກອາຊຽນ ໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ພິເສດ, ວັດທະນະທໍາຂອງຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ເພື່ອນມິດອາກຊັງຕີນ ແລະສາກົນດ້ວຍບັນດາຜະລິດຕະພັນຫັດຖະກຳສິລະປະທີ່ເປັນເອກະລັກສະເພາະ, ອາຫານທີ່ແຊບນົວ, ຊຸດອາພອນປະຈຳຊາດ...
ເຂົ້າຮ່ວມງານຕະຫຼາດນັດ, ບັນດາປະເທດອາຊຽນ ກໍ່ສະແດງຫຼາຍລາຍການຟ້ອນລຳ, ແບບວິທີການຕີມວຍມູນເຊື້ອ, ສ້າງບັນຍາກາດງານບຸນສົດໃສ, ຟົດຟື້ນ.
ໂດຍ: ຈາງຫງວຽນ