ຫວຽດນາມ ເຂົ້າຮ່ວມບັນດາການປະຊຸມຂອງອາຊຽນ ກັບບັນດາຄູ່ຮ່ວມມື
ກປ.ອອນໄລ - ໃນລະຫວ່າງວັນທີ 7-8 ມີນາ, ທ່ານ ຫວູໂຮ່ ເອກອັກຄະລັດຖະທູດ, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາການປະຊຸມເຈລະຈາ ອາຊຽນ-ອາເມລິກາ ຄັ້ງທີ 35, SOM ອາຊຽນ-ອິນເດຍ ຄັ້ງທີ 25, SOM ອາຊຽນ+3 (ກັບຈີນ, ຍີ່ປຸ່ນ, ສ ເກົາຫຼີ) ແລະ SOM ຂັ້ນສູງອາຊີຕາເວັນອອກ (ກັບຈີນ, ຍີ່ປຸ່ນ, ສ ເກົາຫຼີ, ລັດເຊຍ, ອາເມລິກາ, ອິນເດຍ, ອົດສະຕາລີ, ນິວຊີແລນ).
ກ່າວຄໍາເຫັນທີ່ບັນດາກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ແບ່ງປັນບັນດາບຸລິມະສິດ ແລະມາດຕະການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນມີອາເມລິກາ, ອິນເດຍ, ການຮ່ວມມື ອາຊຽນ+3 ແລະການຮ່ວມມືອາຊີຕາເວັນອອກ, ພິເສດຄວນເສີມຂະຫຍາຍບັນດາທ່າແຮງທີ່ເໝາະສົມ, ແຫຼ່ງກໍາລັງທີ່ຈໍາເປັນເພື່ອຍູ້ໄວຄວາມມານະພະຍາຍາມຟື້ນຟູ, ເຕີບໂຕໃນພາກພື້ນ, ຮັດແຄບຊ່ອງວ່າງພັດທະນາ ແລະພັດທະນາອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນໍ້າຂອງ.
    |
 |
ພາບປະກອບຈາກ: ASEAN Briefing |
ກ່ຽວກັບທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ແບ່ງປັນບັນດາຄວາມເຫັນທີ່ບັນດາການປະຊຸມ ແລະຢັ້ງຢືນຄືນໃໝ່ກ່ຽວກັບຫຼັກໝັ້ນ, ຫຼັກການຂອງອາຊຽນ, ໄດ້ເນັ້ນໜັກເຖິງລະດັບສໍາຄັນຂອງການປະຕິບັດກົດໝາຍສາກົນ ແລະສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຊຸກຍູ້ການເຈລະຈາໃນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ອາຊຽນ ແລະຈີນ ຊຸກຍູ້ວິວັດການເຈລະຈາ COC ໃນປີ 2023 ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຄວາມຕັດສິນໃຈຂອງບັນດາຝ່າຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ມຸ່ງໄປເຖິງການສ້າງທະເລຕາເວັນອອກໃຫ້ເປັນເຂດທະເລແຫ່ງສັນຕິພາບ ແລະຮ່ວມມື.
ປະທານອາຊຽນ 2023 ອິນໂດເນເຊຍ ປະກາດວ່າຈະຈັດຕັ້ງບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນເດືອນກໍລະກົດ ແລະບັນດາກອງປະຊຸມຂັ້ນສູງລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃນເດືອນກັນຍາຈະມາເຖິງ.
ໂດຍ: ຈາງຫງວຽນ