ລາວ ເພີ່ມທະວີວຽກງານປົກປ້ອງປ່າແບບຍືນຍົງ
ກປ.ອອນໄລ - ກະຊວງກະສິກໍາ ແລະປ່າໄມ້ລາວ ໃຫ້ຮູ້ວ່າ ໃນຫວ່າງແລ້ວນີ້, ລາວ ໄດ້ຍົກຈໍານວນເຂດປ່າທີ່ໄດ້ຮັບການປົກປ້ອງຂຶ້ນເປັນ 177 ເຂດ. ການກະທໍາດັ່ງກ່າວແມ່ນເພື່ອແນໃສ່ຟື້ນຟູເນື້ອທີ່ປ່າປົກຄຸມໃຫ້ບັນລຸ 70% ເນື້ອທີ່ທັງໝົດໃນທ່ົວປະເທດລາວ, ກໍ່ຄືຮັບປະກັນການຄຸ້ມຄອງປ່າແບບຍືນຍົງ.
ຕາມສະຫາຍ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ລາວ ແລ້ວ, ໃນປັດຈຸບັນ, ປະເທດລາວ ມີປ່າໄມ້ໄດ້ຮັບການອະນຸລັກຂອງຊາດ 19 ເຂດ, 6 ສວນສາທາລະນະແຫ່ງຊາດ, 1 ເຂດອະນຸລັກສັດປ່າ, 57 ເຂດປ່າໄມ້ໄດ້ຮັບການອະນຸລັກຂັ້ນແຂວງ ແລະ 95 ເຂດປ່າໄມ້ໄດ້ຮັບການອະນຸລັກຂັ້ນເມືອງ ດ້ວຍເນື້ອທີ່ປ່າທັງໝົດບັນລຸ 4,9 ລ້ານເຮັກຕາ. ນອກຈາກນັ້ນ, ໃນປັດຈຸບັນ ລາວ ມີ 51 ເຂດປ່າຜະລິດ ໃນຈໍານວນເນື້ອທີ່ 3,1 ລ້ານເຮັກຕາ.
    |
 |
ເຂດປ່າ ຢູ່ພາກເໜືອລາວ. ພາບ: nhandan.vn |
ກະຊວງກະສິກໍາ ແລະປ່າໄມ້ລາວ ໄດ້ວາງຍຸດທະສາດຢ່າງລະອຽດ ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການທໍາລາຍປ່າ ພ້ອມກັບລະບົບຕິດຕາມກວດກາ, ລາຍງານ ແລະຢັ້ງຢືນ. ໄປຄຽງຄູ່ກັນນັ້ນ ຍັງມີມາດຕະການປົກປ້ອງສັງຄົມ ແລະສິ່ງແວດລ້ອມ ໄດ້ປະກາດໃຊ້, ສ້າງເງື່ອນໄຂສໍາຜັດກອງທຶນກາກບອນທ່ົວໂລກ ດ້ວຍມູນຄ່າຂຶ້ນເຖິງ 42 ລ້ານໂດລາສະຫະລັດ.
ກະຊວງກະສິກໍາ ແລະປ່າໄມ້ລາວ ໃຫ້ຮູ້ວ່າ ຫວ່າງແລ້ວນີ້, ຄະນະເສດຖະກິດເຕັກນິກ ໄດ້ອະນຸມັດການລົງທຶນປູກປ່າຜະລິດ ດ້ວຍເນື້ອທີ່ທັງໝົດ 494.434 ເຮັກຕາ.
ໂດຍ: ທູຈາງ