ວັນທີ 26 ກຸມພາ, ກອງປະຊຸມຄັ້ງທີ 30 ຂອງຄະນະກຳມະການຮ່ວມມືສອງຝ່າຍສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະຫະພາບເອີລົບ (ອີຢູ) ຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ໄດ້ອັດລົງ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່າງອາຊຽນ - ອີຢູ ຄືນໃໝ່ ແລະ ຮັກສາບົດບາດໃຈກາງຂອງ ອາຊຽນ ໂດຍອີງໃສ່ບັນດາຫຼັກການພື້ນຖານທີ່ຄ້າຍຄືກັນໃນການສຳຜັດມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງແຕ່ລະຝ່າຍ.

ສອງຝ່າຍເຫັນດີເປັນເອກະພາບຊອກຮູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນ 4 ຂົງເຂດບຸລິມະສິດຂອງວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ, ເໝາະສົມກັບບັນດາຫຼັກການສົນທິສັນຍາໄມຕິຈິດມິດຕະພາບ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ກົດບັດ ອາຊຽນ ແລະ AOIP. ສອງຝ່າຍຮັບຮູ້ເລື່ອງເລີ່ມປະຕິບັດຂໍ້ລິເລີ່ມຂອງກຸ່ມ ເອີລົບ ກ່ຽວກັບການເຊື່ອມຕໍ່ແບບຍືນຍົງ ແລະຜັນຂະຫຍາຍຂໍ້ລິເລີ່ມສີຂຽວຂອງກຸ່ມ ເອີລົບ ເພື່ອແນໃສ່ເພີ່ມທະວີການຮ່ວມມືອາຊຽນ - ອີຢູ ດ້ວຍບັນດາໂຄງການລະອຽດລະດັບພາກພື້ນ ແລະລະດັບຊາດ, ພ້ອມທັງຊົມເຊີຍບ້ວງເງິນປະກອບສ່ວນທີ່ຄາດວ່າແມ່ນປະມານ 10 ຕື້ເອີໂລ ຂອງ ອີຢູ ໃຫ້ແກ່ການຜັນຂະຫຍາຍຂໍ້ລິເລີ່ມ “ປະຕູຂອງທົ່ວໂລກ” ຂອງ ອີຢູ ໃນພາກພື້ນ ອາຊຽນ. ສອງຝ່າຍກໍ່ຢັ້ງຢືນຄວາມສຳຄັນ ແລະຄຳໝັ້ນສັນຍາສຳລັບໂຄງການດຳເນີນງານ 2030 ແລະພັດທະນາແບບຍືນຍົງ, ສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ຂໍ້ຕົກລົງ ປາຣີ (COP21), ສົນທິສັນຍາກ່ຽວກັບຊີວະນາໆພັນ (CBD) ແລະ ຂອບຊີວະນາໆພັນທົ່ວໂລກ ໂກນມິນ - Montreal.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ