ອາຊຽນ ຈະຈັດກິດຈະກຳການຊື້ຂາຍອອນໄລພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທຳອິດໃນເດືອນສິງຫາ ປີນີ້ ເພື່ອຊຸກຍູ້ການຄ້າຂ້າມຊາຍແດນ ໂດຍຜ່ານການຄ້າເອເລັກໂຕນິກ. ໃນວັນຊື້ຂາຍເຄື່ອງອອນໄລ ອາຊຽນ ຈະຈັດໃນວັນທີ 8 ສິງຫາ ໂດຍຈະແນະນຳຜະລິດຕະພັນທີ່ດີທີ່ສຸດຂອງ ອາຊຽນ ດວ້ຍລາຄາບຸລິມະສິດພິເສດ.

leftcenterrightdel
ຫວຽດນາມ ແມ່ນຕະຫຼາດການຄ້າເອເລັກໂຕນິກມີຄວາມສາມາດບົ່ມຊ້ອນຂອງໂລກ. ພາບ: vietnamplus.vn

ການຄ້າເອເລັກໂຕນິກ ອາຊຽນ ບັນລຸໄດ້ລະດັບການເຕີບໂຕຢ່າງໄວວາໃນສອງສາມປີຜ່ານມາ, ຍ້ອນມີຄວາມແຜ່ຫຼາຍຂອງສື່ສັງຄົມອອນໄລ ແລະການນຳໃຊ້ມືຖືອັດສະລິຍະທົ່ວໄປ. ຕາມການຄົ້ນຄວ້າຂອງ Google, ພື້ນຖານເສດຖະກິດ internet ຂອງອາຊີຕາເວັນອອກສ່ຽງໃຕ້ ອາດລື່ນກາຍລະດັບ 240 ຕື້ ໂດລາສະຫລັດ ໃນປີ 2025.

ແຫຼ່ງຄັດຈາກ vovworld.vn