ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ກ່າວເປີດງານມະຫະກໍາບຸນຊ້າງປະຈໍາປີ 2023 ຢ່າງເປັນທາງການ, ພ້ອມທັງເຊີນການນໍາຂັ້ນສູງ ແລະຄະນະຮ່ວມລັ່ນຄອງ 9 ບາດ ແລະຕັດແຖບຜ້າເປີດມະຫະກໍາບຸນຊ້າງຢ່າງເປັນທາງການ. ຫຼັງຈາກນັ້ນ, ມີຂະບວນກ້ອນກໍາລັງຕ່າງໆ ເຊັ່ນ: ຂະບວນປ້າຍບຸນຊ້າງ, ຂະບວນປ້າຍມະຫະກໍາບຸນຊ້າງປະຈໍາປີ 2023,  ຂະບວນທຸງຊາດທຸງທິວ, ຂະບວນພາຂວັນຊ້າງ, ເຖົ້າແກ່ແນວໂຮມ ຈໍານວນ 50 ຄົນ, ຂະບວນຕາງໜ້າ 8 ເຜົ່າ ຈໍານວນ 80 ຄົນ, ຂະບວນແຫ່ຊ້າງ 75 ໂຕ ປະສານສຽງເປົ່າສະໄນ, ຊ້າງຈັບປ້າຍຄໍາຂວັນຍິນດີຕ້ອນຮັບສູ່ມະຫະກໍາບຸນຊ້າງປະຈໍາປີ 2023, ຂະບວນຊ້າງເສິກ, ຂະບວນຊ້າງທ່ອງທ່ຽວ, ຂະບວນຊ້າງລໍາລຽງ, ຂະບວນລໍາລຽງອາຫານການກິນ, ຂະບວນແຫ່ຂອງ 11 ເມືອງ, ຊົມການສະແດງຂອງນັກສະແດງເປັນຮູບທຸງ, ຮູບຊ້າງ ແລະຟ້ອນບັດສະລົບ, ຊົມການສະແດງກິດຈະກໍາຊ້າງຄໍາຮູ້ມີ 19 ລາຍການ, ບາສີສູ່ຂວັນຊ້າງ, ຊົມການສະແດງໂດດຈ້ອງ ແລະຈັດກິດຈະກໍາອະນຸລັກແຂ່ງຂັນແຕ້ມຮູບ ແລະ ຕີກ໋ອບ ຢູ່ສະໝາມກ໊ອບຊ້າງນ້ອຍ ຕື່ມອີກ.

leftcenterrightdel
ລາວ ຈັດຂຶ້ນມະຫາກໍາບຸນຊ້າງແຂວງໄຊຍະບູລີ ປີ 2023. ພາບ: ຈີ້ງຢູງ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ກ່າວວ່າ:  ງານມະຫະກໍາບຸນຊ້າງ ໄດ້ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ແຕ່ມາຮອດປີ 2020-2022 ໄດ້ຢຸດເຊົາຍ້ອນການລະບາດຂອງພະຍາດໂຄວິດ-19, ມາຮອດປີ 2023 ນີ້, ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ຫລຸດຜ່ອນລົງ ແລະພວກເຮົາກໍໄດ້ສັກວັກຊິນປ້ອງກັນ ຈຶ່ງໄດ້ຕົກລົງຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023 ຂຶ້ນເປັນຄັ້ງທີ 16, ທັງນີ້ ກໍເພື່ອເປັນການອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ, ທັງເປັນການສືບຕໍ່ຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ ແລະວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ຂອງແຂວງໄຊຍະບູລີ ຕິດພັນກັບຊ້າງມາແຕ່ອະດີດຕະການ ໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນລາວຕະຫຼອດໄປ. ນອກນີ້, ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 75 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນປະສົມພັນກັນ ແລະກໍ່ໃຫ້ເກີດການສືບພັນໃນອະນາຄົດ, ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸ້ມຊ້າງຕໍ່ສາທາລະນະຊົນ ແລະຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວ ກໍຄື ຊາວແຂວງໄຊຍະບູລີ ຕະຫຼອດໄປ, ພ້ອມທັງໃຫ້ປະຊາຊົນ, ນັກທ່ອງທ່ຽວໄດ້ເຫັນການດໍາລົງຊີວິດຂອງຊ້າງ, ຮູ້ບຸນຄຸນ ແລະ ຖືຄວາມສໍາຄັນຂອງຊ້າງທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ.

ເນື້ອໃນ: ຂ່າວປະເທດລາວ