ພິທີລົງນາມໄດ້ດຳເນີນໄປໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການແຕ່ວັນທີ 13-14 ກຸມພາ ຂອງທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen. ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຈະໄປຢ້ຽມຢາມລາວ ຕາມຄຳເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງນາຍົກລັດຖະມົນຕີຂອງສອງປະເທດ ນັບແຕ່ເມື່ອທ່ານ ສອນໄຊ ສີພັນດອນ ຮັບດໍາລົງຕຳແໜ່ງເມື່ອເດືອນທັນວາ 2022.

leftcenterrightdel
ນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen. ພາບ: ສໍານັກຂ່າວສານຫວຽດນາມ

ແຈ້ງຂ່າວຂອງກະຊວງການຕ່າງປະເທດ ແລະຮ່ວມມືກັບສາກົນກຳປູເຈຍ ໃຫ້ຮູ້ວ່າ: ໃນການພົບປະເຈລະຈາທີ່ຈະມາເຖິງ, ນາຍົກລັດຖະມົນຕີສອງປະເທດຈະປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດກວ່າອີກ, ໃນນັ້ນມີຄວາມໝັ້ນຄົງດ້ານການເມືອງ ແລະເສດຖະກິດ-ສັງຄົມ. ສອງຝ່າຍກໍ່ຈະແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕາມແຈ້ງຂ່າວດັ່ງກ່າວໄດ້ຊີ້ແຈ້ງວ່າ: “ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານຈະລົງນາມໃນແຜນການເຄື່ອນໄຫວການພົວພັນຄູ່ຮ່ວມມືຍຸດທະສາດອັນຍາວນານ ແລະຮອບດ້ານລະຫວ່າງລາຊະອານາຈັກກຳປູເຈຍ ແລະ ສປປ ລາວ ໄລຍະ 2023-2027”. ກຳປູເຈຍ ແລະລາວ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອປີ 1956. ການພົວພັນລະຫວ່າງສອງປະເທດໄດ້ຮັບການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຍາວນານ ແລະຮອບດ້ານເມື່ອປີ 2019.

ໂດຍ: ທະນາພອນ