ພິທີພາວະນາຂໍໃຫ້ມີຄວາມສະຫງົບສຸກໃນວັນເພັງເດືອນຈຽງ ຢູ່ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 5 ກຸມພາ (ກົງກັບວັນເພັງເດືອນຈຽງ ປີ 2023), ພະສົງສໍາມະເນນ ວັດເຟີດຕິກ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ວຽງຈັນ (ປະເທດລາວ) ໄດ້ຈັດຕັ້ງພິທີ ພາວະນາຂໍໃຫ້ປີໃໝ່ມີຄວາມສະຫງົບສຸກ.
    |
 |
ພິທີພາວະນາຂໍໃຫ້ມີຄວາມສະຫງົບສຸກຢູ່ວັດເຟີດຕິກ (ນະຄອນຫຼວງວຽງຈັນ, ລາວ). ພາບ: nhandan.vn |
ນັບແຕ່ຮຸ່ງເຊົ້າ, ພະສົງສໍາມະເນນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ເປັນຈຳນວນຫຼວງຫຼາຍໄດ້ມີໜ້າຢູ່ວັດ ເຟີດຕິກ ເພື່ອຖະຫວາຍທູບທຽນບູຊາພະພຸດທະເຈົ້າ ແລະເຂົ້າຮ່ວມບຸນວັນເພັງເດືອນຈຽງ.
ທີ່ພິທີ, ພະມະຫາອາຈານ ທິກມີງກວາງ ໄດ້ແບ່ງປັນກ່ຽວກັບຄວາມໝາຍທີ່ດີງາມຂອງບຸນວັນເພັງເດືອນຈຽງ, ນັ້ນແມ່ນພິທີເປີດສາກໃຫ້ປີໃໝ່. ໃນມື້ນີ້, ຊາວຫວຽດນາມ ມີມູນເຊື້ອໄປວັດວາອາຮາມໄຫວ້ບູຊາພະພຸດທະເຈົ້າ, ພາວະນາຂໍໃຫ້ປີໃໝ່ມີຄວາມສະຫງົບສຸກ, ວຽກເຮັດງານທຳປະສົບແຕ່ຄວາມສະດວກ ແລະພ້ອມກັນມຸ່ງໄປເຖິງສິ່ງທີ່ດີ. ມູນເຊື້ອນັ້ນໄດ້ກາຍເປັນວັດທະນະທໍາທີ່ດີງາມຂອງຊາວຫວຽດນາມ.
    |
 |
ມອບຂອງຂວັນໃຫ້ປະຊາຊົນລາວ ທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: nhandan.vn |
ໃນໂອກາດນີ້, ພະສົງສໍາມະເນນວັດ ເຟີດຕິກ ແລະຜູ້ໃຈບຸນໃຈກຸ້ສົນໄດ້ມອບຂອງຂວັນ 120 ພູດ ໃຫ້ແກ່ປະຊາຊົນລາວ ທີ່ປະສົບກັບຄວາມ ຫຍຸ້ງຍາກ. ນີ້ແມ່ນການເຄື່ອນໄຫວບໍ່ພຽງແຕ່ແບ່ງປັນກັບຜູ້ປະສົບກັບຄວາມຫຍຸ້ງຍາກ, ນໍາມາເຊິ່ງຄຸນຄ່າອັນດີງາມໃຫ້ປະຊາຄົມເທົ່ານັ້ນ ຫາກຍັງປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບຂອງສອງຊາດ ຫວຽດນາມ-ລາວ ກວ່າອີກ.
ໂດຍ: ທູຈາງ