leftcenterrightdel
ພາບປະກອບ: Reuters

ກອງປະຊຸມໄດ້ແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫຼາດແຮງງານຕໍ່ໜ້າຜົນກະທົບຈາກພະຍາດໂຄວິດ-19, ພ້ອມທັງປັບຕົວໃຫ້ແທດເໝາະກັບການຫັນປ່ຽນຢ່າງວ່ອງໄວໃນບັນຫາວຽກເຮັດງານທຳ ໂດຍຄວາມກ້າວໜ້າທາງດ້ານເຕັກໂນໂລຢີ, ດີຈີຕອນ, ການຫັນພື້ນຖານເສດຖະກິດເປັນສີຂຽວ ແລະສັງຄົມມີອັດຕາຜູ້ອາຍຸສູງເພີ່ມຂຶ້ນ. ກອງປະຊຸມໃຫ້ຄຳໝັ້ນສັນຍາບັນລຸໄດ້ເປົ້າໝາຍລວມແມ່ນຟື້ນຟູ ແລະເຕີບໂຕຢ່າງສະໝ່ຳສະເໝີ ແລະຍືນຍົງໃນພາກພື້ນ, ຮັບປະກັນວຽກເຮັດງານທຳຢ່າງເປັນປົກກະຕິຂອງທຸກຄົນ ແລະໜູນຊ່ວຍຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນປະຊາຊົນທີ່ດຳລົງຊີວິດຢູ່ເຂດທຸກຍາກ ແລະຊົນນະບົດ ແລະບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ.

ກອງປະຊຸມເນັ້ນໜັກວ່າ ຄວາມສຳຄັນຂອງການຮ່ວມມື ອາຊຽນ+3 ກ່ຽວກັບແຮງງານມຸ່ງໄປເຖິງເປົ້າໝາຍຍາວນານແມ່ນສ້າງປະຊາຄົມອາຊີຕາເວັນອອກທີ່ມີຄວາມສາມາດຮັບມື ແລະຖືອາຊຽນ ແມ່ນກຳລັງໜູນ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການເຕີບໂຕກວມລວມ, ພັດທະນາແບບຍືນຍົງ. ກອງປະຊຸມໄດ້ເຫັນດີເປັນເອກະພາບຊຸກຍູ້ກອງປະຊຸມຄັ້ງຕໍ່ໄປໃນປີ 2024 ໃນອາຍຸການເປັນປະທານ ALMM ຂອງ ສິງກະໂປ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ