leftcenterrightdel
ການນຳບັນດາປະເທດອາຊຽນ ຢູ່ກອງປະຊຸມສຸດຍອດພິເສດ. ພາບ: ASEAN.org

ທ່ານ Chum Sounry ໂຄສົກກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກໍາປູເຈຍ ໃຫ້ຮູ້ວ່າ: ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ ຈະຈັດຂຶ້ນຢູ່ສຳນັກງານຄະນະເລຂາອາຊຽນ, ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ. ເນື້ອໃນໂຄງການດຳເນີນງານຈະສຸມໃສ່ປຶກສາຫາລືວິວັດການປະຕິບັດຂໍ້ເຫັນດີເຫັນພ້ອມ 5 ປະການຂອງ ອາຊຽນ ກ່ຽວກັບບັນຫາມຽນມາ, ບົນພື້ນຖານນັ້ນເຫັນດີເປັນເອກະພາບຫຼັກໝັ້ນລວມກ່ຽວກັບວິທີການສຳຜັດ ແລະມາດຕະການຕໍ່ໄປຂອງອາຊຽນ ໃນການແກ້ໄຂບັນຫານີ້. ຂໍ້ເຫັນດີເຫັນພ້ອມ 5 ປະກາດຂອງອາຊຽນ ໂດຍການນຳ 9 ທ່ານຂອງບັນດາປະເທດສະມາຊິກອາຊຽນ ແລະການນຳອຳນາດການທະຫານ ປົກຄອງຝ່າຍມຽນມາ ໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດພິເສດໃນວັນທີ 24 ເມສາປີ 2021 ເພື່ອແນໃສ່ແກ້ໄຂວິກິດການມຽນມາ ພາຍຫຼັງເຫດການການເມືອງໃນເດືອນກຸມພາ ປີ 2021.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ