ສ.ເກົາຫຼີ ຢືນຢັນການສືບຕໍ່ຖືເປັນສໍາຄັນການພົວພັນກັບອາຊຽນ, ສະໜັບສະໜູນອາຊຽນ ສວມບົດບາດເປັນໃຈກາງ, ໃຫ້ຄຳໝັ້ນສັນຍາສົມທົບກັບອາຊຽນ ຜັນຂະຫຍາຍທັດສະນະອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ຜ່ານບັນດາໂຄງການ, ການຮ່ວມມືຢ່າງແທດຈິງ. ສ.ເກົາຫຼີ ຕີລາຄາສູງການປະກອບສ່ວນຂອງອາຊຽນ ເຂົ້າໃນສັນຕິພາບ, ການຮ່ວມມື ແລະວັດທະນາຖາວອນຢູ່ພາກພື້ນໃນຫຼາຍປີຜ່ານມາ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ເປັນປະທານຮ່ວມການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຢືນຢັນວ່າ ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ອາຊຽນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນທັງ 3 ເສົາຄ້ຳກໍ່ສ້າງປະຊາຄົມອາຊຽນ; ທ່ານສະເໜີໃຫ້ອາຊຽນ ແລະສ.ເກົາຫຼີ ຍູ້ແຮງການເຄື່ອນໄຫວຮ່ວມມືມຸ່ງໄປເຖິງປະຊາຊົນ, ບົນຈິດໃຈຖືປະຊາຊົນເປັນໃຈກາງ ແລະເປັນເຈົ້າຂອງການຮ່ວມມື, ພິເສດແມ່ນມານະພະຍາຍາມຮັບມື ແລະຟື້ນຟູ, ຮັບປະກັນການເຕີບໂຕກວມລວມ, ພັດທະນາແບບຍືນຍົງ.

ສອງຝ່າຍເຊີດຊູການຄ້າຫຼາຍຝ່າຍ ແລະເຊື່ອມໂຍງດ້ານເສດຖະກິດ, ໂດຍຢືນຢັນວ່າ ຈະຜັນຂະຫຍາຍສັນຍາການຄ້າເສລີ ອາຊຽນ-ສ.ເກົາຫຼີ (AKFTA) ແລະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຟື້ນຟູຮອບດ້ານ. ບັນດາປະເທດອາຊຽນ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງ ສ.ເກົາຫຼີ ໃນການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມຄວາມໝັ້ນຄົງແບບໃໝ່ ທີ່ພວມເກີດໃໝ່, ຄື: ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງອິນເຕີແນັດ, ຄວາມໝັ້ນຄົງທາງທະເລ.

ກ່ຽວກັບສະຖານະການພາກພື້ນ ແລະສາກົນ, ອາຊຽນ ແລະສ.ເກົາຫຼີ ເຫັນດີເປັນເອກະພາບວ່າ ຕ້ອງມານະພະຍາຍາມປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງເໜືອ ແລະອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນປະກອບສ່ວນສ້າງສະພາບແວດລ້ອມອາຊີ-ປາຊີຟິກ-ມະຫາສະໝຸດອິນເດຍ ເອື້ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາ... ສ.ເກົາຫຼີ ກໍ່ຢືນຢັນການສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ໃນນັ້ນມີຄວາມມານະພະຍາຍາມຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS); ເຊີດຊູບົດບາດຂອງອາຊຽນ ໃນການຊຸກຍູ້ການເຈລະຈາ ແລະການໄກ່ເກ່ຍ ແລະໜູນຊ່ວຍ ມຽນມາ ໃນການຊອກຫາວິທີແກ້ໄຂ ເພື່ອຮັກສາສະຖານະການໃຫ້ເປັນປົກກະຕິ.

ໂດຍ: ທະນາພອນ