leftcenterrightdel
ກອງປະຊຸມສະພາມອບກໍາມະສິດກອງທຶນອາຊຽນ. ພາບ: vov.vn

ນີ້ແມ່ນກອງປະຊຸມທໍາອິດໃນປີ 2022 ຂອງສະພາມອບກໍາມະສິດກອງທຶນອາຊຽນ. ກອງປະຊຸມ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ການເຄື່ອນໄຫວໂດຍກອງທຶນອາຊຽນ ຈັດຕັ້ງ ແລະຜັນຂະຫຍາຍນັບແຕ່ເດືອນພະຈິກ 2021 ຮອດເດືອນເມສາ  2022, ໃນສະພາບພະຍາດໂຄວິດ-19 ຍັງສືບຕໍ່ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງຕໍ່ການເຄື່ອນໄຫວ ແລະໂຄງການຂອງກອງທຶນ.

ທີ່ກອງປະຊຸມ, ບັນດາປະເທດໄດ້ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ປະຕິບັດສໍາເລັດບົດບາດເປັນປະທານສະພາມອບກໍາມະສິດກອງທຶນອາຊຽນ ປີ 2021, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງກອງທຶນອາຊຽນ ໃນການຈັດຕັ້ງບັນດາການເຄື່ອນໄຫວຂອງກອງທຶນ ໃນໄລຍະຜ່ານມາເພື່ອແນໃສ່ເພີ່ມທະວີຄວາມຮູ້ກ່ຽວກັບອາຊຽນ, ເຊື່ອມຕໍ່ ແລະສົມທົບກັບຄະນະເລຂາອາຊຽນ ແລະຄູ່ຮ່ວມມືຕ່າງໆ.

ໂດຍ: ທູຈາງ