leftcenterrightdel
ພາບນ້ຳຖ້ວມຢູ່ ໄທ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາປະເທດອາຊຽນ ເຫັນດີເພີ່ມທະວີຄວາມສາມາດຮັບມື ແລະຟື້ນຟູພາຍຫຼັງວິກິດຜ່ານການປະຕິບັດຂໍ້ລິເລີ່ມຍຸດທະສາດກ່ຽວກັບການເພີ່ມທະວີກຳລັງແຮງສັງລວມອາຊຽນ ເພື່ອຮັບມືກັບໄພພິບັດ; ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາອົງການ, ຂະແໜງການກ່ຽວຂ້ອງທັງໝົດເພື່ອແນໃສ່ຕອບສະໜອບການປະຕິບັດຂອບຟື້ນຟູອາຊຽນຢ່າງຮອບດ້ານ (ACRF) ສືບຕໍ່ຮັບປະກັນການປະສານໂຄງການດຳເນີນງານກ່ຽວກັບການຄຸ້ມຄອງ ແລະຮັບມືກັບໄພທຳມະຊາດເຂົ້າໃນນະໂຍບາຍ ແລະ ຍຸດທະສາດພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທຸກຂັ້ນ. ໄປຄຽງຄູ່ກັນນັ້ນ, ອາຊຽນ ສົ່ງເສີມການປະກອບສ່ວນຂອງປະຊາຊົນ ແລະວິທີສຳຜັດທົ່ວສັງຄົມໃນການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູພາຍຫຼັງໄພທຳມະຊາດ, ມຸ່ງໄປເຖິງການສ້າງກົນໄກໃຫ້ແກ່ປະຊາຊົນອາຊຽນ ປະກອບສ່ວນໜູນຊ່ວຍການຫຼຸດຜ່ອນໄພທຳມະຊາດໃນພາກພື້ນ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ