ຕາມມະຕິດັ່ງກ່າວ, ອາກອນຈໍາໜ່າຍພິເສດສໍາລັບນ້ຳມັນ diesel ຈະຫຼຸດຈາກ 21% ລົງ 11%, ໃນຂະນະທີ່ອາກອນຈໍາໜ່າຍພິເສດສໍາລັບນໍ້າມັນອາຍແກັດຈະຫຼຸດຈາກ 31% ລົງ 16%. ມະຕິຊີ້ແຈ້ງວ່າ ນີ້ແມ່ນມາດຕະການຊົ່ວຄາວທີ່ມີຜົນສັກສິດໃນໄລຍະ 3 ເດືອນ ແລະອາດສາມາດຍົກເລີກຖ້າສະພາບການຂອງໂລກມີການຫັນປ່ຽນ.
ນັບແຕ່ຕົ້ນປີ 2022, ລາຄານໍ້າມັນເຊື້ອໄຟຢູ່ລາວ ໄດ້ຮັບການດັດປັບເຖິງ 11 ຄັ້ງ ແລະສ້າງລາຄາສະຖິຕິໃໝ່ຢ່າງລຽນຕິດ. ເພື່ອຮັບມືກັບສະພາບການດັ່ງກ່າວ, ລັດຖະບານລາວ ໄດ້ມານະພະຍາຍາມຫຼຸດອາກອນ, ຄ່າທຳນຽມທຸກປະເພດ ແລະຊອກຫາຫຼາຍມາດຕະການເພື່ອຫຼຸດຜ່ອນການກະທົບເຖິງຜູ້ບໍລິໂພກ.
ໂດຍ: ທູຈາງ
Type the code from the image