leftcenterrightdel
ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ ສູງອີກ 1.471 ຄົນ.

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.469 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 737 ຄົນ, ບໍ່ແກ້ວ 184 ຄົນ, ອຸດົມໄຊ 122 ຄົນ, ຫຼວງພະບາງ 78 ຄົນ, ໄຊສົມບູນ 59 ຄົນ, ຫຼວງນໍ້າທາ 52 ຄົນ, ບໍລິຄໍາໄຊ 46 ຄົນ, ວຽງຈັນ 42 ຄົນ, ຊຽງຂວາງ 37 ຄົນ, ສະຫວັນນະເຂດ 30 ຄົນ, ຜົ້ງສາລີ 21 ຄົນ, ໄຊຍະບູລີ 18 ຄົນ, ຄໍາມ່ວນ 12 ຄົນ, ຈໍາປາສັກ 11 ຄົນ, ສາລະວັນ 6 ຄົນ, ອັດຕະປື 6 ຄົນ, ຫົວພັນ 5 ຄົນ, ເຊກອງ 3 ຄົນ. ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 2 ຄົນ ຈາກ ແຂວງຈໍາປາສັກ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 103.336 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 708 ຄົນ, ກໍາລັງປິ່ນປົວ 11.521 ຄົນ ແລະ ເສຍຊີວິດສະສົມທັງໝົດ 299 ຄົນ (ໃໝ່ 11 ຄົນ).