ທ່ານ ປອ Oh Ei Sun ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ພົ້ນເດັ່ນຂຶ້ນຢ່າງວ່ອງໄວຢູ່ພາກພື້ນ, ແມ່ນຕົວຢ່າງທີ່ປະສົບຜົນສຳເລັດໃນການດຶງດູດການລົງທຶນຈາກຕ່າງປະເທດຍ້ອນມີປະສິດທິຜົນຂອງກົນໄກປະຕູດຽວ-ຮູບແບບດຶງດູດແຫຼ່ງເງິນລົງທຶນ ເຊິ່ງບັນດາປະເທດໃນພາກພື້ນປາດຖະໜາຢາກຮ່ຳຮຽນ ແລະແບ່ງປັນປະສົບການ.

leftcenterrightdel
ທ່ານ ປອ Oh Ei Sun. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຊ່ຽວຊານກໍ່ໄດ້ສະແດງຄວາມປະທັບໃຈຕໍ່ຍຸດທະສາດແຫ່ງຊາດກ່ຽວກັບການປະຕິວັດ 4.0 ຂອງຫວຽດນາມ ເມື່ອປະເທດປະທານອາຊຽນ 2020 ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການຫັນເປັນອຸດສາຫະກຳ ແລະດີຈີຕອນຢ່າງວ່ອງໄວ. ທ່ານຢືນຢັນວ່າ ຫວຽດນາມ ໄດ້ສວມບົດບາດນຳພາຢ່າງແທ້ຈິງໃນການຊ່ວຍເຫຼືອຍົກສູງຄວາມຮັບຮູ້ກ່ຽວກັບການປະຕິວັດນີ້ໃນການຮ່ວມມືອາຊຽນ.

ທ່ານ ປອ Oh Ei Sun ຕີລາຄາສູງຕໍ່ການເປັນເຈົ້າການ ແລະຕັ້ງໜ້າຂອງຫວຽດນາມ ໃນການແກ້ໄຂການແກ່ງແຍ້ງອະທິປະໄຕຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນຄວາມມານະພະຍາຍາມຊຸກຍູ້ ແລະບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)  ຢ່າງມີປະສິດທິຜົນ, ແທດຈິງໂດຍໄວ.

ທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 38, 39 ແລະກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີມາເລເຊຍ Ismail Sabri Yaakob ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງປະເທດນີ້ວ່າ ບັນດາບັນຫາກ່ຽວຂ້ອງເຖິງທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະສົມເຫດສົມຜົນຜ່ານການເຈລະຈາ ແລະປຶກສາຫາລື, ນຳໃຊ້ບັນດາເວທີປາໄສ ແລະຊ່ອງທາງການທູດທີ່ເໝາະສົມ. ພ້ອມທັງສະໜັບສະໜູນທັດສະນະບັນດາບັນຫາກ່ຽວຂ້ອງເຖິງທະເລຕາເວັນອອກ ຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ມີລັກສະນະສ້າງສາ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ໂດຍ: ທະນາພອນ