leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ຮວ່າງຫວູ

ອີງຕາມລາຍການ, ກອງປະຊຸມສຳມະນາໄດ້ດຳເນີນໄປແຕ່ວັນທີ 17-19 ສິງຫາ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດອາຊຽນ ໃນຂົງເຂດຄວາມໝັ້ນຄົງທາງການແພດ” ໂດຍສູນຄົ້ນຄວ້າຍຸດທະສາດກອງທັບລາດຊະວົງໄທ ເປັນປະທານຈັດຕັ້ງ. ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍຕໍ່ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍ້ອນຜົນກະທົບຈາກບັນດາບັນຫາຄວາມໝັ້ນຄົງທາງການແພດ, ເປັນຕົ້ນແມ່ນພະຍາດໂຄວິດ-19 ແລະພະຍາດຕິດແປດອື່ນໆ; ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຂົງເຂດແພດທະຫານລະຫວ່າງບັນດາປະເທດອາຊຽນ ເພື່ອຮັບມືກັບສະພາວະສຸກເສີນດ້ານການແພດສາທາລະນະ ແລະສິ່ງທ້າທາຍທີ່ເກີດຈາກໂລກລະບາດໃນອະນາຄົດ.

ໂດຍ: ກວຽດເຕິມ