ທ່ານ Paul Thoppil ຜູ້ຊ່ວຍວຽກລັດຖະມົນຕີຕ່າງປະເທດ, ຫົວໜ້າ SOM ການາດາ ໄດ້ເນັ້ນໜັກວ່າ ອາຊຽນແມ່ນຄູ່ຮ່ວມມືສຳຄັນຂອງການາດາ, ຖືການພົວພັນກັບອາຊຽນ ເປັນເສົາຄ້ຳສຳຄັນໃນນະໂຍບາຍພົວພັນຕ່າງປະເທດຂອງການາດາຢ່າງສະເໝີຕົ້ນສະເໝີປາຍ, ປາດຖະໜາຢາກຍົກສູງການພົວພັນກັບອາຊຽນ ແລະເຂົ້າຮ່ວມກົນໄກຮ່ວມມືໃນພາກພື້ນໂດຍອາຊຽນ ເປັນປະທານຢ່າງເລິກເຊິ່ງກວ້າງຂວາງກວ່າເກົ່າ.

leftcenterrightdel
ຜູ້ແທນເຂົ້າຮ່ວມການເຈລະຈາຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາປະເທດອາຊຽນ ແລະການາດາ ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍແຜນການກະທໍາໄລຍະ 2021-2025, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ... ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ, ໂດຍສະເພາະແມ່ນໃນສະຖານະການທີ່ຫຍຸ້ງຍາກໃນປະຈຸບັນ.

ແບ່ງປັນຄວາມຄິດເຫັນ, ຄະນະຜູ້ແທນຫວຽດນາມ ເນັ້ນໜັກວ່າ ໃນສະຖານະການທີ່ເຕັມໄປດ້ວຍສິ່ງທ້າທາຍໃນປະຈຸບັນ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມືກວ່າອີກ, ຮັບມືກັບສິ່ງທ້າທາຍຕ່າງໆ ແລະຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ ແລະຂາດສະຖຽນລະພາບດ້ານຍຸດທະສາດ, ຊຸກຍູ້ການຟື້ນຟູແບບຍືນຍົງ, ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງໃນພາກພື້ນຢ່າງມີປະສິດທິຜົນ. ຄະນະຜູ້ແທນຫວຽດນາມ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ເນັ້ນໜັກວ່າ ອາຊຽນ ແລະການາດາ ຕ້ອງສົມທົບກັນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ, ເຊີດຊູກົດໝາຍສາກົນ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ບໍ່ຫັນເປັນການທະຫານ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982,  ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສ້າງ COC ຢ່າງມີຜົນສັກສິດ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.

ໂດຍ: ຫງວຽນກຸກ