ນີ້ໄດ້ຖືວ່າແມ່ນໄລຍະເວລາທີ່ມີຄວາມສໍາຄັນ ເພື່ອໃຫ້ສອງຝ່າຍຕີລາຄາຜົນງານທີ່ບັນລຸໄດ້, ກໍານົດເປົ້າໝາຍຮ່ວມມືໃນໄລຍະໃໝ່, ເປັນຕົ້ນແມ່ນເມື່ອສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດນັບແຕ່ເດືອນ ພະຈິກ 2018 ເປັນຕົ້ນມາ.

ທີ່ກອງປະຊຸມຄັ້ງທີ 19 ຂອງຄະນະກໍາມະການຮ່ວມມືລວມອາຊຽນ-ລັດເຊຍ ຫາກໍ່ໄດ້ດຳເນີນຜ່ານລະບົບທາງໄກ, ບັນດາປະເທດສະມາຊິກອາຊຽນ ໄດ້ຕີລາຄາສູງຕໍ່ຜົນການຮ່ວມມືທີ່ຕັ້ງໜ້າໃນການພົວພັນອາຊຽນ-ລັດເຊຍ ໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ບັນດາໂຄງການ, ແຜນການຮ່ວມມືລະຫວ່າງສອງຝ່າຍໄດ້ປະກອບສ່ວນໜູນຊ່ວຍໃຫ້ອາຊຽນ ປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ ແລະຮັດແຄບຊ່ອງຫວ່າງການພັດທະນາ.

leftcenterrightdel
ທ່ານ Sergey Lavrov  ລັດຖະມົນຕີການຕ່າງປະເທດລັດເຊຍ ກ່າວຄໍາເຫັນທີ່ກອງປະຊຸມຜ່ານລະບົບທາງໄກລັດຖະມົນຕີການຕ່າງປະເທດອາຊຽນ-ລັດເຊຍ ກ່ຽວກັບການຮັບມືກັບພະຍາດໂຄວິດ-19, ຕອນເຊົ້າວັນທີ 17 ມິຖຸນາ 2020 (ຕາມເວລານິວຢອກ). ພາບ: ສໍານັກຂ່າວສານຫວຽດນາມ.

ໃນສະພາບທີ່ພະຍາດໂຄວິດ-19 ສືບຕໍ່ມີການຜັນແປສັບສົນຫຼາຍຢ່າງ, ສອງຝ່າຍກໍ່ໃຫ້ຄໍາໝັ້ນສັນຍາຊຸກຍູ້ຄວາມມານະພະຍາຍາມລວມ ເພື່ອແກ້ໄຂຜົນກະທົບອັນຫຍໍ້ທໍ້ຈາກພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດຢ່າງໝັ້ນຄົງ.

ອາຊຽນ ແລະລັດເຊຍ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຫຼາຍກວ່າອີກ, ເອົາໃຈໃສ່ເປັນສໍາຄັນເຖິງຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ການເມືອງ, ຄວາມໝັ້ນຄົງ, ການຄຸ້ມຄອງໄພທຳມະຊາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່, ການທ່ອງທ່ຽວ, ການປ້ອງກັນ, ສະກັດກັ້ນພະຍາດຕິດແປດ…

ໃນສະພາບສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນ ແລະ 25 ປີແຫ່ງການພົວພັນເຈລະຈາ, ອາຊຽນ ແລະລັດເຊຍ ປາດຖະໜາຢາກສືບຕໍ່ເຮັດໃຫ້້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງກວ່າອີກ,  ປະກອບສ່ວນນຳສອງຝ່າຍຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດ, ຟື້ນຟູ ແລະພັດທະນາເສດຖະກິດ.

ໂດຍ: ທະນາພອນ