ນີ້ແມ່ນກອງປະຊຸມປະຈໍາປີ ເພື່ອແນໃສ່ຕີລາຄາສະພາບການຜັນຂະຫຍາຍການເຄື່ອນໄຫວ ແລະໂຄງການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ. ທ່ານ ຫງວຽນຫ໋າຍບັ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

leftcenterrightdel
ຜູ້ຕາງໜ້າບັນດາປະເທດ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຮ່ວມມືລວມ ອາຊຽນ-ອິນເດຍ ຄັ້ງທີ 21 ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະອິນເດຍ ໄດ້ຕີລາຄາກ່ຽວກັບບັນດາໝາກຜົນຕັ້ງໜ້າໃນການຜັນຂະຫຍາຍແຜນການກະທໍາຄູ່ຮ່ວມມື ອາຊຽນ-ອິນເດຍ ເພື່ອສັນຕິພາບ, ພັດທະນາ ແລະວັດທະນາຖາວອນລວມ ໄລຍະ 2016-2020; ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືແນໃສ່ປະຕິບັດແຜນການກະທໍາໄລຍະໃໝ່ 2021-2025 ຢ່າງມີປະສິດທິຜົນ. ອາຊຽນ ແລະອິນເດຍ ກໍ່ປຶກສາຫາລືບັນດາຂົງເຂດຄວນເພີ່ມທະວີການຮ່ວມມື, ຄື:  ຕ້ານກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ, ການຮ່ວມມືທາງທະເລ, ການຄ້າ...

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຫ໋າຍບັ່ງ ຕີລາຄາສູງການປະກອບສ່ວນ ແລະການໜູນຊ່ວຍຂອງອິນເດຍ ໃນການຜັນຂະຫຍາຍແຜນການວຽກງານຂໍ້ລິເລີ່ມເຊື່ອມໂຍງອາຊຽນ (IAI) ໄລຍະ III (2016-2020); ແລະສະເໜີ ອິນເດຍ ສືບຕໍ່ໜູນຊ່ວຍອາຊຽນ ປະຕິບັດແຜນການວຽກງານ IAI ໄລຍະ IV (2021-2025) ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໄດ້ຮັບຮອງເອົາໃນເດືອນພະຈິກ 2020.

ໂດຍ: ເຈິ່ນຮວ່ຽນ