ໄລ່ຮອດວັນທີ 26 ມີນາ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.265 ຄົນໃນຈຳນວນຜູ້ຕິດເຊື້ອ 2581 ຄົນ.

ໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດເວລາ 1 ໂມງຂອງຕອນເຊົ້າວັນທີ 26 ມີນາ, ຕາມເວລາ UTC, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 125,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກວ່າ 2,7 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກພະຍາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 30,7 ລ້ານຄົນໃນນັ້ນມີຜູ້ເສຍຊີວິດກວ່າ 559.000 ຄົນ.

ແຫຼ່ງຄັດຈາກ: vovworld.vn