leftcenterrightdel
ພິທີມອບ-ຮັບບົດບາດປະທານ APC. ພາບ: baoquocte.vn.

ກ່າວຄຳເຫັນທີ່ພິທີີມອບ-ຮັບບົດບາດປະທານ APC ຈາກທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາໃຕ້ ຮ່ວາງວັນເລີ້ຍ, ດຳເນີນໃນວັນທີ 8 ກຸມພາ, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Salaman Al Farisi ຕີລາຄາສູງຄວາມເປັນເຈົ້າການ, ຕັ້ງໜ້າຂອງຝ່າຍຫວຽດນາມ ໃນຖະນະເປັນປະທານ APC 2020. ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຂອງສະພາບການຢູ່ປະເທດປະຈຳຖິ່ນ, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ປະຕິບັດບົດບາດເປັນປະທານອາຊຽນ ປະຈຳ Pretoria (APC) ປີ 2020 ສຳເລັດຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບອາຟະລິກາໃຕ້ ເວົ້າສະເພາະ ແລະອາຟະລິກາ ເວົ້າລວມ. ທ່ານເອກອັກຄະລັດຖະທູດ Salaman Al Farisi ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2020 ໃນຖະນະດຳລົງຕຳແໜ່ງປະທານອາຊຽນ ແລະຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະກອບສ່ວນເພີ່ມທະວີສຽງເວົ້າລວມຂອງອາຊີ, ອາຊຽນໃນເວທີສາກົນ, ແກ້ໄຂບັນດາສິ່ງທ້າທາຍຂອງພາກພື້ນຢ່າງທັນການ, ປະກອບສ່ວນສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ສັນຕິພາບ, ມີຄວາມສາມັກຄີ ແລະ ວັດທະນາຖາວອນກວ່າ.

ແຫຼ່ງຄັດຈາກ: vovworld.vn