ໃນຖະແຫຼງການຂອງຕົນ, ທ່ານ An Pich Hatda ຜູ້ອໍານວຍການຝ່າຍບໍລິຫານຄະນະເລຂາ MRC, ໄດ້ເນັ້ນໜັກເຖິງຄວາມໝາຍຂອງຂໍ້ຕົກລົງນີ້ໃນການຮ່ວມມືລະຫວ່າງ ຈີນ ແລະ MRC. ຕາມທ່ານແລ້ວ, ການແບ່ງປັນຂໍ້ມູນອຸທົກກະສາດສວມບົດບາດສໍາຄັນທີ່ສຸດໃນການຄຸ້ມຄອງແມ່ນໍ້າຂອງ.

leftcenterrightdel
ຊາວປະມົງຫາປາຢູ່ແມ່ນໍ້າຂອງຢູ່ແຂວງ Kandal, ກໍາປູເຈຍ. Ảnh: AFP/ສໍານັກຂ່າວສານຫວຽດນາມ.

ໃນຕະຫຼອດໄລຍະ 18 ປີ, ຈີນ ພຽງແຕ່ສະໜອງຂໍ້ມູນກ່ຽວກັບລະດັບນໍ້າ ແລະປະລິມານຝົນຕົກຈາກສອງສະຖານີອຸທົກກະສາດຂອງປະເທດນີ້ທີ່ຕັ້ງຢູ່ແຂວງ ຢູນນານ ຕອນຕົ້ນແມ່ນໍ້າຂອງໃນລະດູນໍ້າຖ້ວມແຕ່ເດືອນ ມິຖຸນາ ຮອດເດືອນ ຕຸລາ ແຕ່ລະປີ. ເຖິງຢ່າງໃດກໍ່ຕາມໃນສະພາບໄພແຫ້ງແລ້ງນັບມື້ນັບເພີ່ມຂຶ້ນ, MRC ໄດ້ສະເໜີ ຈີນ ສະໜອງຂໍ້ມູນກ່ຽວກັບອຸທົກກະສາດທັງປີເພື່ອແນໃສ່ຊ່ວຍໄຈ້ແຍກສາເຫດທີ່ພາໃຫ້ປະລິມານນໍ້າໃນແມ່ນໍ້າຕໍ່າ.

ເດືອນ ສິງຫາ ຜ່ານມາ, ທ່ານ Li Keqiang ນາຍົກລັດຖະມົນຕີ ຈີນ ໄດ້ໃຫ້ຄໍາໝັ້ນສັນຍາແບ່ງປັນຂໍ້ມູນອຸທົກກະສາດເຖິງບັນດາປະເທດໃນພາກພື້ນ. ສະພາບໄພແຫ້ງແລ້ງຢ່າງໜັກໜ່ວງຢູ່ຕາມແມ່ນ້ຳຂອງດ້ວຍຄວາມຍາວ 4.350 ກິໂລແມັດໃນສອງປີຜ່ານມາໄດ້ສົ່ງຜົນສະທ້ອນເຖິງການດຳລົງຊີວິດຂອງປະຊາຊົນ 60 ລ້ານຄົນຢູ່ບັນດາປະເທດໄທ, ກໍາປູເຈຍ, ລາວ ແລະຫວຽດນາມ ທີ່ເຄີຍຫາປາ ແລະປູກຝັງຢູ່ແມ່ນໍ້າລຳນີ້.

ໂດຍ: ເກື່ອງດັ້ງ