ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດCovid-19 ຢູ່ ສປປ ລາວ ວ່າວັນທີ 14 ພະຈິກ 2021, ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ Covid-19 ທັງໝົດ 4,941 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 826 ຄົນ (ຕິດເຊື້ອພາຍໃນມີ 825 ຄົນ ແລະ ນໍາເຂົ້າ 1 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 825 ຄົນ ຈາກ 17 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:

leftcenterrightdel
ລາວພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 826 ຄົນ. ພາບ: laoedaily.com.la

ນະຄອນຫຼວງ 292 ຄົນ, ຫຼວງພະບາງ 146 ຄົນ, ແຂວງວຽງຈັນ 140 ຄົນ, ຫຼວງນ້ຳທາ 18 ຄົນ, ຜົ້ງສາລີ 11 ຄົນ, ໄຊຍະບູລີ 30 ຄົນ, ຈຳປາສັກ 48 ຄົນ, ອຸດົມໄຊ 17 ຄົນ. ເຊກອງ 9 ຄົນ, ບໍລິຄຳໄຊ 8 ຄົນ, ຄຳມ່ວນ 9 ຄົນ, ສະຫວັນນະເຂດ 13 ຄົນ, ບໍ່ແກ້ວ 58 ຄົນ, ຊຽງຂວາງ 1 ຄົນ, ຫົວພັນ 4, ໄຊສົມບູນ 1 ຄົນ.

ມາຮອດວັນທີ 15 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 55.018 ຄົນ, ເສຍຊີວິດສະສົມ 104 ຄົນ (ໃໝ່ 05 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 483 ຄົນ, ກໍາລັງປິ່ນປົວ 10.158 ຄົນ.

ແຫຼ່ງຄັດຈາກ: laoedaily.com.la