ເຫດ​ການ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 31 ມີ​ນາ ຢູ່ນິວຢອກ ເຊິ່ງ​ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ຂອບ​ເຂດ​ການ​ຜັນ​ຂະ​ຫຍາຍ “ຂໍ້​ລິ​ເລີ່ມ UN80”- ຄວາມ​ມາ​ນະ​ພະ​ຍາ​ຍາມປະ​ຕິ​ຮ​ູ​ບ​ຢ່າງ​ຮອບ​ດ້ານ​ຊ່ວຍ​ໃຫ້ ສ​ປ​ຊ ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະຕິດ​ພັນ​ກັບ​ສະ​ພາບ​ການ​ໂລກ​ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງ​ບໍ່​ຢຸດ​ຢັ້ງຫຼາຍກວ່າ​ອີກ.

ປະ​ລິ​ມານ​ໜ້າ​ທີ່​ນັບ​ມື້​ນັບຫຼາຍ​ຂອງ ສ​ປ​ຊ ໄດ້​ສ້າງ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ປະ​ລິ​ມານ​ບົດ​ລາຍ​ງານ ແລະກອງ​ປະ​ຊຸມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ພ້ອມ​ທັງ​ຈ​ຳ​ກັດ​ຄວາມ​ສາ​ມາດ​ຕິດ​ຕາມກວດ​ກາ, ຕີ​ລາ​ຄາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ໃນ​ສະ​ພາບ​ການ​ນັ້ນ, ມະ​ຕິ​ສະ​ບັບ​ໃໝ່​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົານັ້ນໄດ້ເປັນ​ຂີດ​ໝາຍ​ທຳ​ອິດຂອງ ສ​ປ​ຊ ວາງ​ອອກວິ​ທີ​ການ​ເຂົ້າ​ເຖິງ​ທີ່​ມີ​ໂຄງ​ສ້າງ​ຢ່າງ​ຈະ​ແຈ້ງ ແລະສຸມ​ໃສ່ລຸ​ລ່ວງ​ວິ​ວັດ​ທະ​ນາ​ການ​ລິ​ເລີ່ມ, ສ້າງ​ຕັ້ງ, ຜັນ​ຂະ​ຫຍາຍ ແລະຕີ​ລາ​ຄາ​ບັນ​ດາ​ໜ້າ​ທີ່ຫຼາຍກວ່າ​ອີກ.

ແຫຼ່ງຄັດຈາກ: vovworld.vn