10 ປະເທດ ເອີລົບ ແລະອີຢູ ອອກຖະແຫຼງການຮ່ວມໂດຍດ່ວນກ່ຽວກັບສະພາບການ ລີບັງ
ວັນທີ 31 ມີນາ, ໃນຄວາມມານະພະຍາຍາມທາງການທູດຫຼາຍຝ່າຍ, ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດເອີລົບ ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນຕໍ່ການປະທະກັນຢູ່ ລີບັງ ແລະຮຽກຮ້ອງໃຫ້ມີມາດຕະການສັນຕິພາບໂດຍດ່ວນ.
ຖະແຫຼງການດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມໂດຍລັດຖະມົນຕີການຕ່າງປະເທດບັນດາປະເທດຝລັ່ງ, ແບນຊິກ, ໄຊປຣັດ, ກຣົວຊີ, ເກຼັກ, ອີຕາລີ, ມານຕາ, ໂຮນລັງ, ປອກຕຸຍການ, ລາຊະອານາຈັກອັງກິດ ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ).
ບັນດາຝ່າຍທີ່ກ່ຽວຂ້ອງໄດ້ຮຽກຮ້ອງຢຸດຍິງໃນທັນທີ, ພ້ອມທັງຢຸດຕິບັນດາການເຄື່ອນໄຫວປະທະກັນ. ການທູດໄດ້ຮັບຖືວ່າແມ່ນເສັ້ນທາງໜຶ່ງດຽວເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ສາມັນຊົນ.
ແຫຼ່ງຄັດຈາກ: vovworld.vn