ເລື່ອງສະເໜີທ່ານ Nabil Fahmy ດຳລົງຕໍາແໜ່ງເລຂາທິການໃຫຍ່ ສະຫະພັນ ອາຣັບ ສືບທອດທ່ານ Ahmed Aboul Gheit ໂດຍບັນດາປະເທດສະມາຊິກເຫັນດີເປັນເອກະພາບຮັບຮອງເອົາຢູ່ວາລະປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຣັບ ຄັ້ງທີ 165.

ສະພາສະຫະພັນ ອາຣັບ ຈະຍື່ນສະເໜີຂໍ້ສະເໜີແນະເຖິງກອງປະຊຸມສາມັນ ຄັ້ງທີ 35 ຂອງກອງປະຊຸມສຸດຍອດສະຫະພັນ ອາຣັບ, ຄາດວ່າຈະຈັດຂຶ້ນຢູ່ ອາຣັບບິ ຊາອຸດິ, ເຊິ່ງແມ່ນບ່ອນບັນດາປະມຸກລັດ ຈະໃຫ້ສັດຕະຍາບັນຕໍາແໜ່ງເລຂາທິການໃຫຍ່ ຢ່າງເປັນທາງການດ້ວຍຄວາມເຫັນດີເຫັນພ້ອມ.

ແຫຼ່ງຄັດຈາກ: vovworld.vn