ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ອິດສະລາແອັນ ແລະອີຣານ ສືບຕໍ່ບຸກໂຈມຕີເຊິ່ງກັນ ແລະກັນຢ່າງຮ້າຍແຮງ
ວັນທີ 29 ມີນາ, ວັນທີ 30 ຂອງການປະທະກັນຢູ່ພາກພື້ນຕາເວັນອອກກາງ, ທັງອິດສະລາແອັນ ແລະອີຣານ ພ້ອມກັນເປີດບັນດາການບຸກໂຈມຕີຢ່າງຮຸນແຮງເລັ່ງໃສ່ກັນ.
ກຳລັງປ້ອງກັນຕົວອິດສະລາແອັນ (IDF) ໃຫ້ຮູ້ວ່າ ວັນທີ 29 ມີນາ, ກອງທັບອາກາດອິດສະລາແອັນ ໄດ້ເປີດຫຼາຍບັ້ນບຸກໂຈມຕີຂະໜາດໃຫຍ່, ທຳລາຍຫຼາຍເປົ້າໝາຍຂອງອຳນາດການປົກຄອງອີຣານ ຢູ່ຫຼາຍພາກພື້ນທີ່ແຕກຕ່າງກັນ, ລວມມີນະຄອນຫຼວງເຕເຮຣານ. ໃນບັ້ນບຸກໂຈມຕີເລັ່ງໃສ່ນະຄອນຫຼວງເຕເຮຣານ, ເຮືອບິນສູ້ຮົບອິດສະລາແອັນ ໄດ້ປ່ອຍລູກລະເບີດກວ່າ 120 ລູກລົງໃສ່ບັນດາຮາກຖານການທະຫານ, ໂຮງງານຜະລິດອາວຸດ, ຖານຍິງລູກສອນໄຟ ແລະລະບົບປ້ອງກັນອາກາດຂອງອຳນາດການປົກຄອງອີຣານ.
ສື່ມວນຊົນອີຣານ ຢັ້ງຢືນມີຫຼາຍພາກພື້ນຢູ່ນະຄອນຫຼວງເຕເຮຣານ ແລະນະຄອນ Karaj ຂຶ້ນກັບແຂວງ Alborz ຖືກດັດໄຟພາຍຫຼັງບັນດາການບຸກໂຈມຕີຂອງອິດສະລາແອັນ. ເຖິງຢ່າງໃດກໍຕາມ, ຈຳນວນຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດບໍ່ໄດ້ເຕື້ອງເຖິງ. ກົງກັນຂ້າມ, ຝ່າຍ ອີຣານ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟນຳວິຖີ 10 ລູກເລັ່ງໃສ່ຝ່າຍອິດສະລາແອັນ. ການບຸກໂຈມຕີຂອງອີຣານ ເຮັດໃຫ້ມີຜູ້ບາດເຈັບ 11 ຄົນຢູ່ພາກພື້ນທາງທິດໃຕ້ອິດສະລາແອັນ. ບັນດາການບຸກໂຈມຕີຂອງ ອີຣານ ເຮັດໃຫ້ 11 ຄົນຢູ່ພາກພື້ນ ແລະເຮັດໃຫ້ໂຮງງານເຄມີແຫ່ງໜຶ່ງຖືກໄຟໄໝ້.
ແຫຼ່ງຄັດຈາກ: vovworld.vn