ປະທານາທິບໍດີ ອາເມລິກາ ຖະແຫຼງອາດຈະສິ້ນສຸດບັ້ນການທະຫານກັບ ອີຣານ ໃນ 2-3 ອາທິດຈະມາເຖິງ
ວັນທີ 1 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການປະທະກັນກັບ ອີຣານ ອາດຈະສິ້ນສຸດພາຍໃນເວລາ 2-3 ອາທິດຈະມາເຖິງ ແລະເລື່ອງຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງນໍ້າມັນຜ່ານຊ່ອງແຄບທະເລ Hormuz ຈະໂດຍບັນດາປະເທດອື່ນຮັບຜິດຊອບ.
ຄໍາຖະແຫຼງດັ່ງກ່າວໂດຍທ່ານເຈົ້າຂອງທຳນຽບຂາວຍົກອອກມາໃນສະພາບການທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຂຶ້ນວ່າສົງຄາມນີ້ຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ ແລະໄພເງິນເຟີ້.
ໃນການຖະແຫຼງຂ່າວຢູ່ທຳນຽບຂາວ, ເມື່ອໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບແຜນການຫຼຸດລາຄານໍ້າມັນທີ່ພວມຢູ່ໃນລະດັບສູງຍ້ອນການປະທະກັນຂອງ ອາເມລິກາ, ອິດສະຣາແອັນ ແລະອີຣານ ໄດ້ກ້າວເຂົ້າສູ່ເດືອນທີ 2, ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: “ໝົດທຸກຢ່າງທີ່ຂ້າພະເຈົ້າຕ້ອງເຮັດແມ່ນຖອນອອກຈາກ ອີຣານ ແລະພວກຂ້າພະເຈົ້າ ຈະເຮັດສິ່ງເຫຼົ່ານັ້ນໃນໄລຍະເວລາໄວທີ່ສຸດ”. ເຈົ້າຂອງທຳນຽບຂາວໃຫ້ຂໍ້ສັງເກດວ່າ ເລື່ອງຖອນກຳລັງຈະດຳເນີນພາຍໃນເວລາ 2-3 ອາທິດຈະມາເຖິງ ແລະລາຄານໍ້າມັນຈະຫຼຸດລົງຢ່າງແຮງ.
ເມື່ອຖືກຖາມວ່າ ອີຣານ ຈະຕ້ອງບັນລຸໄດ້ຂໍ້ຕົກລົງເພື່ອໃຫ້ອາເມລິກາ ຢຸດຕິບັ້ນການທະຫານດັ່ງກ່າວຫຼືບໍ່ນັ້ນ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ອາເມລິກາ ຈະຖອນກຳລັງກໍຕໍ່ເມື່ອຕີລາຄາເຫັນວ່າ ອີຣານ ບໍ່ອາດສາມາດພັດທະນາອາວຸດນິວເຄຼຍໄດ້ອີກ, ບໍ່ວ່າຈະບັນລຸໄດ້ຂໍ້ຕົກລົງ ຫຼືບໍ່.
ແຫຼ່ງຄັດຈາກ: vovworld.vn