ອີຢູ ແລະ ລັດເຊຍ ຖະແຫຼງສືບຕໍ່ໜູນຊ່ວຍ ກຸຍບາ
ຄະນະກຳມະການ ເອີລົບ (ອີຊີ) ແຈ້ງໃຫ້ຊາບວ່າ ໄດ້ປ່ອຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2 ລ້ານເອີໂລ (2,32 ລ້ານ USD) ໃຫ້ແກ່ ກຸຍບາ ຕື່ມອີກ.
ວັນທີ 01 ເມສາ, ຄະນະກຳມະການ ເອີລົບ (ອີຊີ) ແຈ້ງໃຫ້ຊາບວ່າ ໄດ້ປ່ອຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2 ລ້ານເອີໂລ (2,32 ລ້ານ USD) ໃຫ້ແກ່ ກຸຍບາ ຕື່ມອີກ, ເພື່ອແນໃສ່ຊ່ວຍບັນດາຄູ່ຮ່ວມມືມະນຸດສະທຳຂອງສະຫະພາບ ເອີລົບ (ອີຢູ) ສະໜອງບ້ວງເງິນອຸປະຖຳໂດຍດ່ວນໃຫ້ແກ່ປະເທດເກາະນີ້.
    |
 |
|
ກຳປັ່ນຂົນສົ່ງນ້ຳມັນຂອງ ລັດເຊຍ. ພາບປະກອບ: REUTERS/Norlys Perez |
ຕາມຖະແຫຼງການຂອງ ອີຊີ, ບ້ວງເງິນດັ່ງກ່າວຈະປະກອບສ່ວນໜູນຊ່ວຍວຽກງານພະລາທິການໃຫ້ແກ່ຄູ່ຮ່ວມມືມະນຸດສະທຳສະໜອງບ້ວງເງິນອຸປະຖຳໂດຍດ່ວນໃຫ້ແກ່ຜູ້ມີຄວາມສ່ຽງສູງກວ່າເພີ່ນ, ຍ້ອນວິກິດການດ້ານພະລັງງານໃນປະຈຸບັນ ແລະບັນດາຄວາມຫຍຸ້ງຍາກກ່ຽວຂ້ອງເຖິງການຈັດແບ່ງທັນຍາຫານ ແລະນ້ຳດຶ່ມຢູ່ ກຸຍບາ. ຈຳນວນເງິນດັ່ງກ່າວແມ່ນເພີ່ມເຕີມໃຫ້ບ້ວງເງິນອຸປະຖຳ 4 ລ້ານເອີໂລ ທີ່ໄດ້ອະນຸມັດຜ່ານກ່ອນນັ້ນໃນປີນີ້ ເຊິ່ງເຄີຍສະຫງວນໃຫ້ພາກພື້ນ ກາຣີເບ.
ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານ Andrey Nikitin, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ລັດເຊຍ ຖະແຫຼງວ່າ ກຸຍບາ ແມ່ນຄູ່ຮ່ວມມືຍຸດທະສາດຂອງປະເທດນີ້ ແລະມົດສະກູ ຈະສືບຕໍ່ໜູນຊ່ວຍໃຫ້ ລາຮາວານ. ເຈົ້າໜ້າທີ່ທ່ານນີ້ເນັ້ນໜັກວ່າ ການເຄື່ອນໄຫວຂອງປະເທດນີ້ແມ່ນໄດ້ເຄົາລົບກົດໝາຍວ່າດ້ວຍການເດີນເຮືອຢູ່ທະເລສາກົນ.
ແຫຼ່ງຄັດຈາກ: vovworld.vn