ລາວ ຕັ້ງເປົ້າໝາຍການເຕີບໂຕຂອງ GDP 6% ຫຼືຫຼາຍກວ່າໃນໄລຍະປີ 2026-2030
ກປ.ອອນໄລ - ໃນອາທິດຜ່ານມາ, ກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດ ຊຸດທີ X ຂອງ ສປປ ລາວ ໄດ້ສຳເລັດລາຍການດໍາເນີນງານທີ່ໄດ້ວາງອອກ ແລະສິ້ນສຸດລົງຢູ່ນະຄອນຫຼວງວຽງຈັນ ຫຼັງຈາກເຮັດວຽກເປັນເວລາຫ້າມື້.
ນອກຈາກການຮັບຮອງເອົາບຸກຄະລາກອນການນຳທີ່ຫຼັກແຫຼ່ງ, ບຸກຄະລາກອນ ກໍ່ຄືໂຄງປະກອບຂອງອົງການນິຕິບັນຍັດ, ບໍລິຫານ ແລະຍຸຕິທໍາຂອງລາວ; ສະພາແຫ່ງຊາດລາວ ກໍ່ໄດ້ພິຈາລະນາ, ຕັດສິນຫຼາຍບັນຫາທີ່ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະຂົງເຂດຍຸຕິທໍາ.
ກອງປະຊຸມໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030); ແຜນການກະທໍາ 5 ປີ (2026-2030) ຂອງບັນດາອົງການ: ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ ແລະອົງການກວດສອບແຫ່ງລັດ; ໄດ້ພິຈາລະນາ, ຮັບຮອງເອົາໂຄງການແຜນການກະທໍາ ແລະແຜນການສ້າງ ແລະປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ X ຂອງລາວ.
ເປັນໜ້າເອົາໃຈໃສ່, ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຕາມນັ້ນແລ້ວ, ໄລຍະ 2026-2030, ລາວ ສູ້ຊົນການເຕີບໂຕຂອງ GDP 6% ຫຼື ຫຼາຍກວ່າ; GDP ຕໍ່ຫົວຄົນບັນລຸ 3.104 ໂດລາສະຫະລັດ ແລະ GNI ຕໍ່ຫົວຄົນບັນລຸ 2.914 ໂດລາສະຫະລັດ ໃນປີ 2030.
ລັດຖະບານລາວ ກໍ່ກຳນົດ 6 ເປົ້າໝາຍໃຫຍ່ ແລະໂຄງການບຸລິມະສິດເປັນຈໍານວນ 200 ກວ່າໂຄງການ. ລະອຽດແມ່ນ 6 ເປົ້າໝາຍໃຫຍ່ທີ່ລັດຖະບານວາງອອກລວມມີ: ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງເພື່ອເຮັດໃຫ້ພື້ນຖານເສດຖະກິດເປັນປົກກະຕິ, ເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະຍືນຍົງ; ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງກວ່າ, ນຳໃຊ້ເຕັກໂນໂລຊີໃໝ່; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ; ປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມຕາມທິດຍືນຍົງ, ການກະກຽມພ້ອມແລ້ວທີ່ຈະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະໄພພິບັດທາງທຳມະຊາດ; ການພັດທະນາການເຊື່ອມໂຍງ, ການເຊື່ອມຕໍ່ກັບພາກພື້ນ ແລະໂລກຢ່າງກວ້າງຂວາງ, ມີປະສິດທິຜົນ; ພັດທະນາການຄຸ້ມຄອງ, ການບໍລິຫານລັດທີ່ມີຜົນສັກສິດ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມໝັ້ນຄົງທາງສັງຄົມໄດ້ຮັບການຮັບປະກັນ, ຍຸຕິທຳ, ສີວິໄລ
ໂດຍ: ຈາງຫງວຽນ