ກ່ອນໜ້ານັ້ນ, ຕອນເຊົ້າວັນດ່ຽວກັນ, ກອງທັບອາກາດອິດສະລາແອັນ ກໍ່ໄດ້ບຸກໂຈມຕີຮາກຖານການຜະລິດອາວຸດ ແລະໂຮງງານຜະລິດກົນຈັກເຮືອບິນບໍ່ມີຄົນຂັບຂອງອີຣານ ຢູ່ ເຕເຮຣານ.

ຢູ່ພາກກາງອີຣານ, ເຮືອບິນບໍ່ມີຄົນຂັບ ອິດສະລາແອັນ ໄດ້ຖີ້ມລະເບີດລົງໃສ່ສຳນັກງານໃຫຍ່ ຂອງບັນດາກຳລັງປະກອບອາວຸດອີຮານ, ໃນນັ້ນມີເຂດປະສົມຂອງກຳລັງທະຫານລາດ Basij ຢູ່ Daghlan ແລະປ້ອມຕຳຫຼວດຢູ່ Sanandaj.

leftcenterrightdel
ເຂດຊຸມຊົນຖືກທຳລາຍຍ້ອນບັ້ນບຸກໂຈມຕີທາງອາກາດຢູ່ ອີຣານ. ພາບ: Majid Asgaripour

ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ ”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.

ໃນຂະນະນັ້ນ, ວັນທີ 30 ມີນາ, ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ກ່າວເຕືອນວ່າ ວໍຊິງຕັນ ຈະທຳລາຍບັນດາພື້ນຖານໂຄງລ່າງພະລັງງານ ແລະພົນລະເຮືອນຂອງ ອີຣານ ຖ້າຂໍ້ຕົກລົງຢຸດຕິການປະທະກັນບໍ່ບັນລຸໄດ້ໂດຍໄວ, ພ້ອມທັງໃຫ້ຮູ້ວ່າ ບັນດາການເຈລະຈາກັບເຕເຮຣານ ພວມມີຄວາມຄືບໜ້າ.

ແຫຼ່ງຄັດຈາກ: vovworld.vn