ເມື່ອ​ຕອ​ບ​ສຳ​ພາດ​ຕໍ່​ໜັງ​ສື​ພິມ The Telegraph (ອັງ​ກິດ), ທ່ານ Donald Trump ເວົ້າ​ວ່າ ເລື່ອງ​ ອາ​ເມ​ລິ​ກາ ຖອນ​ຕົວ​ອອກ​ຈາກ​ພັ​ນ​ທະ​ມິດ​ດ້ານ​ການ​ທະ​ຫານນີ້ປະ​ຈຸ​ບັນ “ເກືອບ​ຄື​ວ່າ​ໄດ້ຕັດ​ສິນ​ໃຈ​ແລ້ວ”, ພ້ອມ​ກັນ​ນັ້ນ​ກໍ່​ຕຳ​ໜິ​ຕິ​ຕຽນ​ບັນ​ດາ​ສຳ​ພັນ​ທະ​ມິດ​ທີ່ບໍ່​ໜູນ​ຊ່ວຍ “​ການ​ແກ້​ໄຂເປີດ” ຊ່ອງ​ແຄບ​ທະ​ເລ ຮໍ​ມຸດ. ທ່ານ​ຕຳ​ໜິ​ຕິ​ຕຽນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ນາ​ໂຕ ​ທີ່ມີ​ການ​ກະ​ທຳ​ທີ່ບໍ່​​ສົມ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ແລະເນັ້ນ​ໜັກ​ວ່າ ວໍ​ຊິງ​ຕັນ ເຄີຍ​ໜູນ​ຊ່ວຍ​ບັນ​ດາ​​ສຳພັນ​ທະ​ມິດ​ໃນ​ຫຼາຍກ​ໍ​ລະ​ນີ.

leftcenterrightdel
ທ່ານ Donald Trump, ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ. ພາບ: REUTERS

ທ່ານປະ​ທາ​ນາ​ທິ​ບໍ​ດີ Donald Trump ກໍ່​ຕຳ​ໜິ​ຕິ​ຕຽນ​ລັດ​ຖະ​ບານ ອັງ​ກິດ, ເຊິ່ງ​ເປັນ​ສຳ​ພັນ​ທະ​ມິດ​ສຳ​ຄັນ​ທີ່​ສຸ​ດ​ຂອງ ອາ​ເມ​ລິ​ກາ ຢູ່ ເອີ​ລົບ, ຍ້ອນ​ບໍ່​ເຂົ້າ​ຮ່ວມບັ້ນ​ການ​ທະ​ຫານ​ຕ້ານ ອີ​ຣານ. ເພື່ອ​ຕອບ​ຄືນ​ບັນ​ດາ​ຄຳ​ຖະ​ແຫຼງ​ຂອງທ່ານ Donald Trump, ທ່ານ Keir Starmer, ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໄດ້​ຢຶນ​ຢັນ​ຄືນ​ໃໝ່​ການ​ສະ​ໜັບ​ສະໜູນ ນາ​ໂຕ, ແຕ່ກໍ່​ຖະ​ແຫ​ຼງ​ຈະ​ຊອກ​ຫາການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ ເພື່ອ​ຮັບ​ມື​ກັບ​ການ​ພົວ​ພັນ​ທີ່​ພວມຮ້າຍ​ແຮງ​ຂຶ້ນກັບ ວ​ໍ​ຊິງ​ຕັນ.

ແຫຼ່ງຄັດຈາກ: vovworld.vn