4 ປະເທດ ປຶກສາຫາລືວິທີການເປີດຊ່ອງແຄບທະເລ Hormuz ຄືນໃໝ່
ວັນທີ 29 ມີນາ, ລັດຖະມົນຕີ 4 ປະເທດ ລວມມີ ຕວັກກີ, ເອຢິບ, ປາກິດສະຖານ ແລະອາຣັບບິ ຊາອຸດິ ໄດ້ຈັດກອງປະຊມເປັນກຸ່ມຢູ່ນະຄອນ Islamabad ຂອງປາກິດສະຖານ ເພື່ອປຶກສາຫາລືບັນດາມາດຕະການຢຸດຕິການປະທະກັນຢູ່ພາກພື້ນຕາເວັນອອກກາງ ແລະຟື້ນຟູການເຄື່ອນໄຫວຂົນສົ່ງຜ່ານຊ່ອງແຄບທະເລ Hormuz.
ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາຂໍ້ສະເໜີເພື່ອແນໃສ່ເປີດເສັ້ນທາງເດີນເຮືອຍຸດທະສາດນີ້, ລວມມີຄວາມສາມາດສ້າງກົນໄກຄຸ້ມຄອງລວມຕໍ່ສະແສນໍ້າມັນອາຍແກັດ, ກໍ່ຄືນຳໃຊ້ກົນໄກຈ່າຍເງິນຄ້າຍຄືກັນກັບຄອງເໝືອງ Suez. ບັນດາຂໍ້ສະເໜີນີ້ໄດ້ສົ່ງໄປຍັງຝ່າຍອາເມລິກາ ແລະກໍ່ໄດ້ແລກປ່ຽນກັບຝ່າຍອີຣານ. ກອງປະຊຸມໄດ້ແກ່ຍາວເປັນ 2 ວັນດ້ວຍການເຂົ້າຮ່ວມຂອງລັດຖະມົນຕີ 4 ປະເທດດັ່ງກ່າວ, ແຕ່ບໍ່ມີຜູ້ຕາງໜ້າຂອງອີຣານ, ອາເມລິກາ ແລະອິດສະລາແອັນ. ຄາດວ່າຖະແຫຼງການຮ່ວມຈະໄດ້ປະກາດພາຍຫຼັງສິ້ນສຸດໂຄງການປຶກສາຫາລື.
ແຫຼ່ງຄັດຈາກ: vovworld.vn