leftcenterrightdel
ຊາວ ອິດສະຣາແອັນ ນັບພັນຄົນ ລົງ​ຖະ​ໜົນ​ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາການແຫ່ຂະບວນປະທ້ວງ ມີຫົວຂໍ້ “ເພື່ອຊີວິດຂອງພວກເຮົາທຸກຄົນ”, ໂດຍ ສະຫະພັນຫຼາຍອົງການຈັດຕັ້ງສັງຄົມ ພ້ອມດ້ວຍອະດີດສະມາຊິກລັດຖະສະພາຈຳນວນໜຶ່ງປຸກລະດົມ. ນີ້ໄດ້ຮັບຖືວ່າແມ່ນກະແສແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ທີ່ຫາຍາກ ນັບແຕ່ເມື່ອສົງຄາມລະເບີດ, ດ້ວຍປະມານ 30 ຈຸດເຕົ້າໂຮມໃນທົ່ວປະເທດ, ນັບແຕ່ເຂດ Galilee ທາງທິດເໜືອ ຕະຫຼອດຮອດ Beersheba ຢູ່ທາງທິດໃຕ້.

ບັນດາເຫດບຸກໂຈມຕີແຫ່ຂະບວນປະທ້ວງຖືກດຳເນີນໃນສະພາບການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ, ກໍຄື ລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ຢູ່ລີບັງ ພວມປີນຂັ້ນໄດ. ການເຂົ້າຮ່ວມຂອງບັນດາອະດີດສະມາຊິກລັດຖະສະພາ ແລະ ຫຼາຍອົງການຈັດຕັ້ງສັງຄົມ ໄດ້ຊີ້ໃຫ້ເຫັນວ່າ ຫາງສຽງຫຼາຍຄົນຢູ່ປະເທດນີ້ພວມນັບມື້ນັບໃຫ້ຄວາມສົນໃຈ ແລະ ສະແດງທັດສະນະຕໍ່ການຜັນແປທີ່ສັບສົນຂອງສົງຄາມໃນປັດຈຸບັນ.

ແຫຼ່ງຄັດຈາກ: vovworld.vn