ນາຍທະຫານ ອິດສະຣາແອັນ ກໍຈັບຕົວນັກຂ່າວຜູ້ໜຶ່ງຂອງ CNN ທີ່ພວມໃຫ້ຂ່າວກ່ຽວກັບເຫດບຸກໂຈມຕີຂອງຊາວຕັ້ງຖິ່ນຖານ ຢູ່ຝັ່ງຕາເວັນຕົກ. ເຫດທີໜຶ່ງເກີດຂຶ້ນຢູ່ຖະໜົນ Kafr Aqab ຢູ່ Jerusalem ຕາເວັນອອກ ໃນວັນທີ 27 ມີນາ, ກຳລັງ ອິດສະຣາແອັນ ໄດ້ຍິງຊາວໜຸ່ມ ປາແລັດຕິນ ເສຍຊີວິດ ແລະເຮັດໃຫ້ 3 ຄົນອື່ນຖືກບາດເຈັບ. ຫຼັງຈາກນັ້ນ, ມີຊາວ ປາແລັດສະຕິນ ອີກໜຶ່ງຄົນຖືກຍິງເສຍຊີວິດ. ໃນອີກເຫດການໜຶ່ງທີ່ຕ່າງຫາກ, ກຳລັງ ອິດສະຣາແອັນ ໄດ້ຍິງໃສ່ເຍົາວະຊົນຜູ້ໜຶ່ງ ອາຍຸ 15 ປີ, ໃນບັ້ນຮົບຢູ່ຄ້າຍລີ້ໄພ Dheisha, ທາງທິດໃຕ້ນະຄອນ Bethlehem ໃນວັນທີ 27 ມີນາ. ຫຼັງຈາກນັ້ນອີກບໍ່ດົນ, ເຍົາວະຊົນຄົນນັ້ນກໍເສຍຊີວິດຢູ່ໂຮງໝໍ.

ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ຝັ່ງຕາເວັນຕົກ ໃນຊຸມອາທິດມໍ່ໆມານີ້, ເມື່ອຄວາມສົນໃຈຂອງພາກພື້ນພວມຫັນໄປສູ່ການປະທະກັນຢູ່ຕາເວັນອອກກາງ ພາຍຫຼັງ ອິດສະຣາແອັນ ແລະອາເມລິກາ ບຸກໂຈມຕີ ອີຣານ, ບັນດາບັນດາການເຄື່ອນໄຫວການທະຫານຂອງ ອິດສະຣາແອັນ ຢູ່ຝັ່ງຕາເວັນຕົກ ແລະ ບັນດາເຫດບຸກໂຈມຕີຂອງຊາວຕັ້ງຖິ່ນຖານ.

ແຫຼ່ງຄັດຈາກ: vovworld.vn