ອີຣານ ອະນຸຍາດໃຫ້ເຄື່ອງຊ່ວຍເຫຼືອມະນຸດສະທຳໄປຜ່ານຊ່ອງແຄບທະເລ Hormuz
ວັນທີ 27 ມີນາ, ອີຣານ ຍັງຄົງຍອມຮັບເປີດຊ່ອງທາງໄປມາທີ່ປອດໄຟໃຫ້ແກ່ກໍາປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຜ່ານຊ່ອງແຄບທະເລ Hormuz.
ເຖິງວ່າຖະແຫຼງປິດປະຕູຊ່ອງແຄບທະເລ Hormuz ຢ່າງສິ້ນເຊີງ ແນໃສ່ໂຕ້ຕອບຕໍ່ກັບບັນດາການເຄື່ອນໄຫວການທະຫານຂອງອາເມລິກາ ແລະອິດສະຣາແອັນ ປີນຂັ້ນໄດ, ວັນທີ 27 ມີນາ, ອີຣານ ຍັງຄົງຍອມຮັບເປີດຊ່ອງທາງໄປມາທີ່ປອດໄຟໃຫ້ແກ່ບັນດາກໍາປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຜ່ານຊ່ອງແຄບທະເລດັ່ງກ່າວ.
ແຈ້ງການດັ່ງກ່າວ ໂດຍທ່ານ Ali Bahreini ເອກອັກຄະລັດຖະທູດ ອີຣານ ປະຈຳ ສປຊ ປະກາດໃນຕອນຄ່ຳວັນທີ 27 ມີນາ. ການກະທຳດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງຂອງ ອີຣານ ກ່ຽວກັບການໜູນຊ່ວຍບັນດາຄວາມມານະພະຍາຍາມມະນຸດສະທຳ ແລະຮັບປະກັນວ່າ ສິນຄ້າຈຳເປັນອາດສາມາດໄປຮອດບັນດາເປົ້າໝາຍຢ່າງບໍ່ຊັກຊ້າ.
ໃນວັນດຽວກັນ, ສປຊ ໃຫ້ຮູ້ວ່າ ໄດ້ສ້າງກຸ່ມປະຕິບັດງານພິເສດ ເພື່ອສ້າງກົນໄກໃໝ່ໃຫ້ແກ່ຊ່ອງແຄບທະເລ Hormuz ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການຊື້ຂາຍປຸ໋ຍ ແລະຂົນສົ່ງວັດຖຸດິບທີ່ກ່ຽວຂ້ອງເພື່ອຫຼຸດຜ່ອນບັນດາຜົນກະທົບມະນຸດສະທຳຈາກສົງຄາມ ອີຣານ.
ແຫຼ່ງຄັດຈາກ: vovworld.vn